ການນຳສປປເກົາຫລີຢ້ຽມຢາມສູນບັນຊາດາວທຽມແຫ່ງໃຫມ່

ການນຳສປປເກົາຫລີຢ້ຽມຢາມສູນບັນຊາດາວທຽມແຫ່ງໃຫມ່ - ảnh 1
ທ່ານ Kim Jong un
ພາບ:TTXVN

(vovworld)-​ ວັນ​ທີ 3/5, ສຳ​ນັກ​ຂ່າວ​ສານ​ສູນ​ກາງ ສ​ປ​ປ ເກົາ​ຫລີ ໃຫ້​ຮູ້​ວ່າ: ການ​ນຳ​ປະ​ເທດນີ້ ທ່ານ Kim Jong un ຫາກໍ່​ໄປ​ຢ້ຽມ​ຢາມ​ສູນ​ບັນ​ຊາ​ດາວ​ທຽມ​ແຫ່ງ​ໃຫມ່​ທີ່​ຫາກໍ່​ໄດ້​ຮັບ​ການກໍ່​ສ້າງ ແລະ ຖະ​ແຫລງວ່າ ພຽງ​ຢາງ ຈະ​ສືບ​ຕໍ່​ພັດ​ທະ​ນ​າ​ເຕັກ​ໂນ​ໂລ​ຊີ​ອາ​ວະ​ກາດ ໂດຍບໍ່​ຫົວ​ຊາ​ຕໍ່​ຄຳ​ສັ່ງ​ຂວ້ຳ​ບາດ​ຈາກ​ສາ​ກົນ. ສູນ​ແຫ່ງນີ້ ແມ່ນ​ຂຶ້ນ​ກັບ ອົງ​ການ​ພັດ​ທະ​ນາ​ອາ​ວະ​ກາດ​ແຫ່ງ​ຊາດ ສ​ປ​ປ ເກົາ​ຫລີ. ສຳ​ນັກ​ຂ່າວ​ສານ​ສູນ​ກາງ ສ​ປ​ປ ເກົາ​ຫລີ ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ Kim Jong un ເມື່ອ​ຢ້ຽມ​ຢາມ​ສູນ​ດັ່ງ​ກ່າວ​ວ່າ: ພັດ​ທະ​ນາ​ອາ​ວະ​ກາດ​ເພື່ອ​ຈຸດ​ປະ​ສົງ​ສັນ​ຕິ​ພາບ ແມ່ນ​ການ​ເລືອກ​ເຟັ້ນ​ຂອງ​ພັກ, ປະ​ຊາ​ຊົນ ສ​ປ​ປ​ ເກົາ​ຫລີ ແລະ ກໍ​ແມ່ນ​ສິດ​ອັນ​ຊອບ​ທຳ​ຂອງ​ປະ​ເທດນີ້.

ຂ່າວ/ບົດ​ອື່ນ