ການບິງປືນທີ່ພິທີເດີນຂະບວນ ຢູ່ອາເມລິກາ

ການບິງປືນທີ່ພິທີເດີນຂະບວນ ຢູ່ອາເມລິກາ - ảnh 1
ຕຳຫຼວດ​ປິດ​ລ້ອມ​ສະຖານ​ທີ່​ເກິ​ດ​ເຫດ

(ພາບ:AP)

(vovworld)- ​ໃນ​​ເຫດການ​ຍຶງປືນ​ເກີດ​ຂຶ້ນ​ເມື່ອ​ຮຸ່ງ​ເຊົ້າ​ວັນ​ທີ 13/5 (ຕາມ​ເວລາ​ຫວຽດນາມ) ທີ່ພິທີ​ເດີນ​ຂະ​ບວນຢູ່​ນະຄອນ New Orleans ທາງ​ພາກ​ໃຕ້​ອາ​ເມ​ລິ​ກາ ​ໄດ້ເຮັດ​ໃຫ້ຢ່າງໜ້ອຍ​ສຸດ 17 ຄົນ​ຖືກ​ບາດ​ເຈັບ. ຜູ້​ປະສົບ​ເຄາະ​ຮ້າຍ​ລ້ວນ​ແຕ່ແມ່ນ​ຜູ້​ເຂົ້າຮ່ວມພິທີ​ເດີນ​ຂະ​ບວນຕາມຖະໜົນ​ໃນ​ໂອກາດ​ວັນ​ຂອງ​ແມ່, ​ໃນ​ນັ້ນມີ​​ເດັກ​ຍິງຄົນ​ໜຶ່ງ​ອາຍຸ 10 ປີ. ​ເຂົ້າຮ່ວມພິທີ​ເດີນ​ຂະ​ບວນດັ່ງກ່າວ​ມີ​ປະມານ 300-400 ຄົນ. ​ເຈົ້າໜ້າ​ທີ່ຕຳຫຼວດ​ທ່ານ​ໜຶ່ງ​​ໃຫ້​ຮູ້​ວ່າ: ມີ​ເປົ້າໝາຍ 3 ຄົນ​ຖືກ​ສົງ​ໄສ​ວ່າ​​ໄດ້ກ່ຽວ​ຂ້ອງ​ເຖິງ​​ເຫດ​ຍິງ​ປືນ​ດັ່ງກ່າວ ​ແລະ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ພວມ​ຕັ້ງໜ້າດຳ​ເນີນ​ການ​ສືບສວນ ​ແລະ ຕາມ​ລ່າ​ຜູ້​ຖືກ​ລະ​ແວງ​ສົງ​ໄສ.

ຂ່າວ/ບົດ​ອື່ນ