ການ​ປະ​ທະ​ກັນ​ຢູ່ ຕາ​ເວັນ​ອອ​ກ​ກາງ: ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເລັ່ງ​ໃສ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ ເຮັດ​ໃຫ້ຊາວ ປາ​ແລັດ​ສະ​ຕິນ 16 ຄົນ ເສຍ​ຊີ​ວິດ

(VOVWORLD) -   ວັນທີ 3 ຕຸລາ, ກອງທັບອາກາດ ອິດສະຣາແອັນ ໄດ້ດຳເນີນການບຸກໂຈມຕີເລັ່ງໃສ່ນະຄອນ Tulkarem, ຢູ່ຝັ່ງຕາເວັນຕົກ, ເຮັດໃຫ້ມີຊາວປະແລັດສະຕິນ ຢ່າງໜ້ອຍສຸດ 16 ຄົນເສຍຊີວິດ, 20 ຄົນ ຮັບບາດເຈັບ.
ການ​ປະ​ທະ​ກັນ​ຢູ່ ຕາ​ເວັນ​ອອ​ກ​ກາງ: ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເລັ່ງ​ໃສ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ ເຮັດ​ໃຫ້ຊາວ ປາ​ແລັດ​ສະ​ຕິນ 16 ຄົນ ເສຍ​ຊີ​ວິດ - ảnh 1ສະພາບການຂອງໂຮງຮຽນແຫ່ງໜຶ່ງ ພາຍຫຼັງເຫດບຸກໂຈມຕີ (ພາບ: THX/TTXVN)

ໃນຂະນະນັ້ນ, ວິທະຍຸກອງທັບ ອິດສະຣາແອັນ ໄດ້ໃຫ້ຂ່າວວ່າ ນີ້ແມ່ນຄັ້ງທຳອິດນັບແຕ່ພາຍຫຼັງເກີດຂະບວນການ Intifada ຄັ້ງທີ 2 ຂອງຊາວ ປາແລັດສະຕິນ ນັບແຕ່ປີ 2000 ຫາປີ 2002, ກອງທັບ ອິດສະຣາແອັນ ໄດ້ຜັນຂະຫຍາຍເຮືອບິນສູ້ຮົບບຸກໂຈມຕີເລັ່ງໃສ່ນະຄອນ Tulkarem ຢູ່ ຝັ່ງຕາເວັນຕົກ. ເປົ້າໝາຍຂອງບັ້ນບຸກໂຈມຕີທາງອາກາດຄັ້ງນີ້ແມ່ນອາຄານໜຶ່ງ ໂດຍກອງທັບ ອິດສະຣາແອັນ ໄດ້ກຳນົດວ່າ ແມ່ນບ່ອນລີ້ຊ້ອນຂອງກຳລັງປະກອບອາວຸດ ປາແລັດສະຕິນ. ບັ້ນບຸກໂຈມຕີທາງອາກາດ ໄດ້ດຳເນີນໃນສະພາບການກອງທັບ ອິດສະຣາແອັນ ສືບຕໍ່ຮັກສາບັນດາບັ້ນບຸກໂຈມຕີຢ່າງດຸເດືອດເລັ່ງໃສ່ເຂດດິນແດນອື່ນຂອງຊາວ ປາແລັດສະຕິນ ເຊິ່ງແມ່ນເຂດ ກາຊາ. ແຫຼ່ງຂ່າວສາທາລະນະສຸກ ຢູ່ ເຂດ ກາຊາ ໃນຕອນຄ່ຳວັນທີ 03 ຕຸລາ ໄດ້ເຜີຍໃຫ້ຮູ້ວ່າ ພາຍໃນ 24 ຊົ່ວໂມງ, ບັນດາບັ້ນບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ເລັ່ງເຂົ້າເຂດດິນແດນດັ່ງກ່າວ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 79 ຄົນ ແລະ ເກືອບ 200 ຄົນ ຖືກບາດເຈັບ, ສ່ວນໃຫຍ່ແມ່ນສາມັນຊົນ.

ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ