ພາບປະກອບ:duhocanh.info.vn
|
(vovworld)-ການປະທະກັນໄດ້ເກີດຂຶ້ນລະຫວ່າງຕຳຫລວດກັບນັກສຶກສານັບພັນໆຄົນທີ່ເຂົ້າຮ່ວມການແຫ່ຂະບວນປະທ້ວງຢູ່ນະຄອນຫລວງ ລອນດອນ ປະເທດອັງກິດ ເມື່ອວັນທີ 19/11 ເພື່ອຄັດຄ້ານແຜນການຫລຸດຜ່ອນການລົງທຶນໃຫ້ແກ່ການສຶກສາ ແລະ ເພີ່ມຄ່າຮຽນຂອງລັດຖະບານປະເທດນີ້. ມີ 11 ຄົນຖືກຈັບຕົວ ຍ້ອນບຸກໂຈມຕີຕຳຫລວດ ແລະ ມີການກະທຳທຳລາຍ ແລະກໍ່ຄວາມວຸ້ນວາຍ. ໃນເບື້ອງຕົ້ນການແຫ່ຂະບວນປະທ້ວງດຳເນີນໄປໃນບັນຍາກາດສັນຕິພາບ ດ້ວຍເລື່ອງບັນດານັກສຶກສາແຫ່ຂະບວນເຖິງສຳນັກງານສະພາແຫ່ງຊາດ ເພື່ອສະເຫນີລັດຖະບານ ຍົກເວັ້ນຄ່າຮຽນ. ແຕ່ຄວາມເຄັ່ງຕຶງເກີດຂຶ້ນເມື່ອມີຜູ້ແຫ່ຂະບວນຫລາຍຄົນໄດ້ແກ່ວນກ້ອນຫີນໃສ່ຕຳຫລວດ, ມ້າງເພຮົ້ວປ້ອງກັນຢູ່ອ້ອມສະຫນາມຫລວງສະພາແຫ່ງຊາດ ເຮັດໃຫ້ຢ່າງຫນ້ອຍສຸດ 3 ຄົນຖືກບາດເຈັບ.