ທ່ານກຳມະການສູນກາງພັກ ຮ່ວາງບີ່ງກວນ
(ພາບປະກອບ)
|
(vovworld) – ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເປີດໄລຍະໃໝ່ໃນການພົວພັນ ຫວຽດນາມ - ອາເມລິກາ - ນັ້ນແມ່ນຄຳຢືນຢັນຂອງທ່ານ ຮ່ວາງບີ່ງກວນ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນ, ຄວາມໝາຍຂອງການຢ້ຽມຢາມ ອາເມລິກາ ຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ. ທ່ານ ຮ່ວາງບີ່ງກວນ ໃຫ້ຮູ້ວ່າ: ນີ້ແມ່ນການຢ້ຽມຢາມຄັ້ງປະຫວັດສາດຍ້ອນໄດ້ຮັບຄຳເຊີນຂອງອຳນາດການປົກຄອງປະທານາທິບໍດີ Barack Obama, ເປັນຄັ້ງທຳອິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ເຊິ່ງແມ່ນຕຳແໜ່ງທີ່ບໍ່ໃນລະບົບບໍລິຫານຂອງອາເມລິກາ, ໄດ້ໄປຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ, ເຊິ່ງແມ່ນປະເທດເຄີຍເປັນປໍລະປັກ, ມີລະບົບການເມືອງແຕກຕ່າງກັນ. ການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ດຶງດູດຄວາມສົນໃຈເປັນພິເສດຂອງສື່ມວນຊົນ, ຫາງສຽງທັງຢູ່ພາຍໃນ ແລະ ຕ່າງປະເທດ.
ຕາມທ່ານ ຮ່ວາງບີ່ງກວນ ແລ້ວ, ເບີ່ງສັງລວມ, ການຢ້ຽມຢາມກໍເປັນຂີດໝາຍຢ່າງຈະແຈ້ງ, ດ້ວຍໝາກຜົນຮອບດ້ານ, ແທດຈິງ. 2 ຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບວິໄສທັດຮ່ວມ ຫວຽດນາມ - ອາເມລິກາ. ນີ້ແມ່ນຂອບເຂດສຳຄັນ, ກຳນົດທິດວິໄສທັດການພົວພັນ 2 ປະເທດຕາມທິດຕັ້ງໜ້າ, ປອດໄສ, ສະຖຽນລະພາບ.
ໃນໄລຍະຢູ່ຢ້ຽມຢາມ, 2 ຝ່າຍໄດ້ເຊັນເອກະສານ, ຂໍ້ຕົກລົງຮ່ວມມື 14 ສະບັບໃນບັນດາຂົງເຂດ, ໃນນັ້ນມີບັນດາເອກະສານສຳຄັນກ່ຽວຂ້ອງເຖິງການບິນ, ພາສີ, ທະນາຄານ, ນ້ຳມັນອາຍແກສ, ສະແດງໃຫ້ເຫັນສານກ່ຽວກັບອະນາຄົດຂອງການພົວພັນດ້ານການຄ້າລະຫວ່າງ 2 ປະເທດຢ່າງແຮງ.