ພາບປະກອບ:internet
|
(vovworld)-ມີສະມາຊິກຂອງກຳລັງປ້ອງກັນຄວາມສະຫງົບ 38 ຄົນຖືກເສຍຊີວິດ ແລະ 25 ຄົນຖືກບາດເຈັບ ໃນເຫດວາງລະເບີດສະຫລະຊີບເກີດຂຶ້ນໃນວັນທີ 1/6 ຢູ່ຖານທີ່ໝັ້ນການທະຫານ al- Muthanna ຢູ່ແຂວງ Anbar ທາງທິດຕາເວັນຕົກຂອງ ອີຣັກ. ເຫດວາງລະເບີດດັ່ງກ່າວໄດ້ທຳລາຍສາງບັນຈຸລູກປືນລູກຜາ ແລະ ອາຄານຈຳນວນຫນຶ່ງ ຊື່ງແ ມ່ນບ່ອນອາໄສຂອງຕຳຫລວດ ອີຣັກ ແລະ ກຳລັງທະຫານລາດຊາວ ອິດສະລາມນິກາຍຊີອາ ນັບສີບໆຄົນ. ເຫດບຸກໂຈມຕີດັ່ງກ່າວເກີດຂຶ້ນ ພາຍຫລັງ 6 ມື້ ທີ່ກຳລັງປ້ອງກັນຄວາມສະຫງົບ ອີຣັກ ແລະ ພັນທະມິດ ດຳເນີນບັ້ນຮົບຍູ້ບັນດາມືປືນ IS ໃຫ້ອອກຈາກນະຄອນ Ramadi ຊື່ງຖືກ IS ຢືດຄອງແຕ່ວັນທີ 17/5.