ເຫດວາງລະເບີດສະຫລະຊີບ ຢູ່ ອີຣັກ
ພາບ:Reuters
|
(vovworld)-ບັນດາເຈົ້າຫນ້າທີ່ຕຳຫລວດ ແລະ ການແພດ ອີຣັກໃຫ້ຮູ້ວ່າ: ມີຢ່າງຫນ້ອຍສຸດ 18 ຄົນເສຍຊີວິດ ແລະ ອີກ 51 ຄົນຖືກບາດເຈັບໃນເຫດວາງລະເບີດສະຫລະຊີບເມື່ອວັນທີ 14/10 ຢູ່ປ້ອມກວດກາປະຕູເຂົົ້າເຂດ Kadhimiya ຂອງຊາວ ອິດສະລາມນິກາຍ ຊີອາ ຢູ່ ນະຄອນຫລວງ ແບກແດດ. ໃນຈຳນວນຜູ້ຖືກເສຍຊີວິດນັ້ັ້ນ ມີຕຳຫລວດ 5 ຄົນ. ໃນວັນດຽວກັນ, ເຫດວາງລະເບີດຫນຶ່ງອີກ ກໍໄດ້ເກີດຂຶ້ນຢູ່ແຄມຖະຫນົນສາຍຫນຶ່ງຢູ່ເມືອງ al Qahira ທາງທິດເຫນືອ ແບກແດດ ໄດ້ເຮັດໃຫ້ 3 ຄົນເສຍຊີວິດ. ນີ້ແມ່ນມື້ທີ 3 ລຽນຕິດເກີດບັນດາເຫດວາງລະເບີດສະຫລະຊີບ ເລັ່ງໃສ່ບັນດາເຂດທີ່ຊາວອິດສະລາມນິກາຍ ຊັນນີ ດຳລົງຊີວິດ ຢູ່ນະຄອນຫລວງ ແບກແດດ ແລະ ເຂດໃກ້ຄຽງ. ນັບແຕ່ວັນທີ 12/10 ມາຮອດປະຈຸບັນ ມີຢ່າງຫນ້ອຍສຸດ 77 ຄົນເສຍຊີວິດໃນບັນດາເຫດວາງລະເບີດ. ກຸ່ມລັດອິດສະລາມ IS ຍອມຮັບວ່າ ໄດ້ດຳເນີນບັນດາເຫດບຸກໂຈມຕີດັ່ງກ່າວ.