ການຮ່ວມມີດ້ານການສຶກສາຫວຽດນາມ-ອີຕາລີ
Thu Hang -  
(VOVWORLD) - ຕອນເຊົ້າວັນທີ 6 ມິຖຸນາ, ຢູ່ຮ່າໂນ້ຍ, ຜູ້ຕາງໜ້າລັດຖະບານຫວຽດນາມ ແລະ ອີຕາລີ ໄດ້ເຊັນໂຄງການດຳເນີນງານກ່ຽວກັບການຮ່ວມມືດ້ານການສຶກສາໄລຍະ 2019-2022. ຕາມນັ້ນແລ້ວ, ຫວຽດນາມ ແລະ ອີຕາລີ ຈະຮ່ວມມືພັດທະນາດ້ານພາສາ, ຮ່ວມມືໃນຂົງເຂດການສຶກສາ ແລະ ສະໜອງທຶນສຶກສາ.
ພິທີເຊັນໂຄງການດຳເນີນງານກ່ຽວກັບການຮ່ວມມືດ້ານການສຶກສາຫວຽດນາມ-ອີຕາລີ |
ສອງຝ່າຍຈະສົ່ງເສີມການພັດທະນາດ້ານພາສາ ແລະ ວັດທະນະທຳຂອງແຕ່ລະປະເທດ. ສອງຝ່າຍກໍ່ຈະພິຈາລະນາຊຸກຍູ້ການສອນທົດລອງພາສາອີຕາລີ ຢູ່ໂຮງຮຽນສາມັນແຫ່ງ 1 ຂອງຫວຽດນາມ ຊື່ງໃນນັ້ນຝ່າຍອີຕາລີ ຈະພິຈາລະນາການສະໜອງບັນດາລາຍການສິດສອນ, ໜູນຊ່ວຍການສ້າງປື້ມຕຳລາການສອນ ແລະ ຄ່າໃຊ້ຈ່າຍຕ່າງໆໃຫ້ແກ່ອາຈານສອນພາສາອີຕາລີ.
ໃນຂອບເຂດລາຍການຮ່ວມມື, ຝາ່ຍອີຕາລີ ຈະສະໜອງທຶນສຶກສາປະຈຳປີໃຫ້ພົນລະເມືອງຫວຽດນາມ. ແລະກົງກັນຂ້າມ, ເພື່ອໃຫ້ພົນລະເມືອງຂອງສອງປະເທດໄດ້ຮຽນພາສາຂອງກັນ ແລະ ກັນດ້ວຍຮູບການຮຽນໄລຍະສັ້ນ, ຝຶກອົບຮົມແບບທັງຮຽນທັງເຮັດວຽກ.
Thu Hang