ຮ້ານວາງສະແດງທີ່ງານຕະຫລາດກະສິກຳສາກົນ
ພາບ:TTXVN
|
(vovworld)-ໃນຂອບເຂດງານຕະຫລາດນັດກະສິກຳສາກົນຄັ້ງທີ 14, ຕອນບ່າຍວັນທີ 14/11 ຢູ່ ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນດ້ານການຄ້າລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໂດຍມີການເຂົ້າຮ່ວມຂອງ 60 ວິສາຫະກິດສອງປະເທດ. ທີ່ກອງປະຊຸມ, ວິສາຫະກິດຫວຽດນາມ ໄດ້ສຳພັດ, ຊອກຮູ້ບັນດາກາລະໂອກາດສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ- ສິນໃນນ້ຳ ເຂົ້າຕະຫລາດຍີ່ປຸ່ນ. ພ້ອມທັງຊອກຮູ້ບັນດາຜະລິດຕະພັນກົນຈັກ, ອຸປະກອນຮັບໃຊ້ກະສິກຳ ຈາກບັນດາບໍລິສັດຂອງຍີ່ປຸ່ນ. ທ່ານ Kennichi Takashima, ປະທານສະຫະສະມາຄົມບັນດາບໍລິສັດຜະລິດກົນຈັກອຸປະກອນກະສິກຳ ຍີ່ປຸ່ນ ໃຫ້ຮູ້ວ່າ:
“ປະຈຸບັນ, ສະຫະສະມາຄົມບັນດາບໍລິສັດຜະລິດກົນຈັກອຸປະກອນກະສິກຳ ຍີ່ປຸ່ນ ມີສາຂາຢູ່ ຈີນ ແລະ ໄທ, ຫວັງວ່າ ໃນອະນາຄົດຈະສ້າງຕັ້ງໂຮງງານດັ່ງກ່າວຢູ່ຫວຽດນາມ. ພວກຂ້າພະເຈົ້າມີຜະລິດຕະພັນກົນຈັກທັນສະໄຫມຫລາຍຢ່າງເພື່ອຮັບໃຊ້ກະສິກຳ. ຫວຽດນາມ ແມ່ນປະເທດກະສິກຳ, ສະນັ້ນ ບັນດາກົນຈັກເຫລົ່ານີ້ ຈະຊ່ວຍຊາວກະສິກອນຫລຸດຜ່ອນກຳລັງແຮງງານ ແລະ ເພີ່ມສະມັດຕະພາບ.”