ການເຄື່ອນໄຫວຂອງທ່ານນາງປະທານາທິບໍດີ ອັກຊັງຕີນ ຢູ່ ຫວຽດນາມ
(vovworld)- ພິທີຕ້ອນຮັບທ່ານນາງ Cristina Femandez de Kirchner ປະທານາທິບໍດີ ອັກຊັງຕີນ ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 21/1 ຢູ່ ຮ່າໂນ້ຍ. ພາຍຫລັງພິທີຕ້ອນຮັບ, ທ່ານນາງ Cristina Femandez de Kirchner ປະທານາທິບໍດີ ອັກຊັງຕີນ ໄດ້ເຈລະຈາກັບທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ. ການນຳທັງສອງທ່ານໄດ້ຕີລາຄາສູງສາຍພົວພັນລະຫວ່າງສອງ ປະເທດ ນັບມື້ນັບພັດທະນາອັນດີງາມ, ການແລກປ່ຽນດ້ານການຄ້າສອງຝ່າຍເພີ່ມຂຶ້ນຢ່າງລຽນຕິດ ແຕ່ 316 ລ້ານ USD ໃນປີ 2007 ເພີ່ມຂຶ້ນເຖິງ 1 ຕື້ USD ໃນປີ 2012, ນຳ ອັກຊັງຕີນ ກາຍເປັນຄູ່ຮ່ວມມືດ້ານການຄ້າຢືນອັນດັບທີ 27 ຂອງ ຫວຽດນາມ. ສອງຝ່າຍສົມທົບກັນຢ່າງແຫນ້ນແຟ້ນຢູ່ ບັນດາເວທີປາໄສສາກົນ ພິເສດ ຢູ່ ສະຫະປະຊາຊາດ, ເວທີປາໄສການຮ່ວມມື ອາຊີຕາເວັນອອກ - ອາເມລິກາລາຕີນ, ອົງການການຄ້າໂລກ. ການນຳສອງທ່ານໄດ້ແລກປ່ຽນບັນດາບັນຫາສອງຝ່າຍ ແລະ ສາກົນ ຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງແລະ ທ່ານນາງ Cristina Femandez de Kirchner ປະທານາທິບໍດີ ອັກຊັງຕີນ
ພາບ:chinhphu.vn
|
ຕອນບ່າຍວັນທີ 21/1, ເມື່ອພົບປະແລກປ່ຽນຄຳເຫັນກັບ ທ່ານນາງ Cristina Femandez de Kirchner ປະທານາທິບໍດີ ອັກຊັງຕີນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ຕີລາຄາສູງໝາກຜົນການເຈລະຈາລະຫວ່າງທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ກັບທ່ານນາງ ປະທານາທິບໍດີ ອັກຊັງຕີນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຖືວ່າ: ການຢ້ຽມຢາມ ຫວຽດນາມ ຂອງທ່ານນາງ ປະທານາທິບໍດີ ອັກຊັງຕີນ ຈະເປັນຂີດໝາຍນຳການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອັກຊັງຕີນ ຂຶ້ນສູ່ລະດັບສູງໃຫມ່. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ປາດຖະຫນາຢາກສອງຝ່າຍເພີ່ມທະວີການພົວພັນດ້ານການເມືອງ, ການທູດຍິ່ງກວ່າອີກ, ສະຫນັບສະຫນູນເຊິ່ງກັນ ແລະກັນໃນບັນດາເວທີປາໄສພາກພື້ນ ແລະ ສາກົນ, ເປັນຕົ້ນຢູ່ ສະຫະປະຊາຊາດ. ສ່ວນ ທ່ານນາງ ປະທານາທິບໍດີ ອັກຊັງຕີນ Cristina Femandez de Kirchner ຢືນຢັນວ່າ: ຍາມໃດ ອັກຊັງຕີນ ກໍຖືເປັນສຳຄັນ ແລະ ປາດຖະຫນາຢາກເພີ່ມພູນຄູນສ້າງການພົວພັນຮ່ວມມືກັບ ຫວຽດນາມ ກວ່າອີກ ໃນທຸກຂົງເຂດ, ເປັນຕົ້ນແມ່ນຮ່ວມມືໃນຂົງເຂດປຸງແຕ່ງບັນດາຜະລິດຕະພັນກະເສດ, ພະລັງງານ, ກົນຈັກ, ຜະລິດເກີບຫນັງ.
ແລະກໍໃນຕອນບ່າຍວັນດຽວກັນ, ທີ່ການຕ້ອນຮັບທ່ານນາງ Cristina Femandez de Kirchner ປະທານາທິບໍດີ ອັກຊັງຕີນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊີງຮຸ່ງ ໄດ້ເນັ້ນຫນັກວ່າ ຫວຽດນາມ ແລະ ອັກຊັງຕີນ ມີຫລາຍຈຸດຄ້າຍຄືກັນ. ສະພາແຫ່ງຊາດ ຫວຽດນາມ ປາດຖະຫນາຢາກພັດທະນາການພົວພັນລັດຖະສະພາສອງຝ່າຍ ກັບສະພາແຫ່ງຊາດປະເທດຕ່າງໆ ໃນນັ້ນ ມີອັກຊັງຕີນ. ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ຢືນຢັນວ່າ: ຍາມໃດສະພາແຫ່ງຊາດ ຫວຽດນາມ ກໍສະຫນັບສະຫນູນ ແລະ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອສ້າງເງື່ອນໄຂໃຫ້ແກ່ການພົວພັນລະຫວ່າງສອງປະເທດສືບຕໍ່ພັດທະນາ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດເພື່ອສັນຕິພາບ ແລະ ວັດທະນາຖາວອນໃນໂລກ. ທ່ານນາງ Cristina Femandez de Kirchner ປາດຖະຫນາຢາກລັດ ແລະ ປະຊາຊົນ ອັກຊັງຕີນ ເພີ່ມທະວີການຮ່ວມມືຮອບດ້ານກັບ ຫວຽດນາມ ໃນທຸກຂົງເຂດ ພ້ອມທັງສະເຫນີ ສະພາແຫ່ງຊາດ ສອງປະເທດ ຍູ້ແຮງການເຄື່ອນໄຫວປະສານສົມທົບ, ແລກປ່ຽນຄະນະຜູ້ແທນ.