ກາ​ນ​ເຄື່ອນ​ໄຫວ​ຂອງລັດຖະມົນຕີການຕ່າງປະເທດ ບຣາຊິນ ຢູ່ ຫວຽດ​ນາມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ຫວຽດນາມ ຫວັງວ່າບັນດາວິສາຫະກິດ ບຣາຊິນ ລົງທຶນເຂົ້າ ຫວຽດນາມ ແລະ ສະເໜີໃຫ້ 2 ຝ່າຍຮ່ວມມື, ແກ້ໄຂສິ່ງກີດຂວາງ

ກາ​ນ​ເຄື່ອນ​ໄຫວ​ຂອງລັດຖະມົນຕີການຕ່າງປະເທດ ບຣາຊິນ ຢູ່ ຫວຽດ​ນາມ - ảnh 1 ທ່ານ Aloysio Nunes Ferreira ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມີງ

(ພາບ: VGP)

ຕອນບ່າຍວັນທີ 11 ກັນຍາ, ທີ່ການຕ້ອນຮັບທ່ານ Aloysio Nunes Ferreira, ລັດຖະມົນຕີການຕ່າງປະເທດ ບຣາຊິນ ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ 2 ຝ່າຍຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ເຊິ່ງເປັນພື້ນຖານຍູ້ແຮງການຮ່ວມມືໃນບັນດາຂົງເຂດອື່ນໆອີກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ຫວຽດນາມ ຫວັງວ່າບັນດາວິສາຫະກິດ ບຣາຊິນ ລົງທຶນເຂົ້າ ຫວຽດນາມ ແລະ ສະເໜີໃຫ້ 2 ຝ່າຍຮ່ວມມື, ແກ້ໄຂສິ່ງກີດຂວາງ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດາວິສາຫະກິດ 2 ປະເທດຮ່ວມມືລົງທຶນ, ດຳເນີນທຸລະກິດ. ທ່ານລັດຖະມົນຕີການຕ່າງປະເທດ ບຣາຊິນ Aloysio Nunes Ferreira ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮັບຊາບກ່ຽວກັບໝາກຜົນຂອງການເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມີງ. ທ່ານລັດຖະມົນຕີ Aloysio Nunes Ferreira ຫວັງວ່າ 2 ປະເທດຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດຄື: ວິທະຍາສາດເຕັກໂນໂລຢີ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການສຶກສາບຳລຸງສ້າງ, ກະສິກຳ.

        ກ່ອນໜ້ານັ້ນ, ທີ່ການເຈລະຈາໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມີງ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນທີ່ຕັ້ງບົດບາດສາກົນນັບມື້ນັບໄດ້ຮັບການເພີ່ມທະວີຂອງ ບຣາຊິນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດ. ທ່ານລັດຖະມົນຕີການຕ່າງປະເທດ ບຣາຊິນ Aloysio Nunes Ferreira ຢືນຢັນວ່າ: ບຣາຊິນ ມີແຜນນະໂຍບາຍຍູ້ແຮງນະໂຍບາຍຫັນການພົວພັນເປັນຫຼາຍຮູບຫຼາຍແບບ, ໃນນັ້ນຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຢູ່ພາກພື້ນ ອາຊີ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ