ການເຄື່ອນໄຫວຊ່ວຍເຫລືອຜູ້ປະສົບກັບຄວາມຫຍຸ້ງຍາກຕ້ອນຮັບບຸນປີໃຫມ່ປະຈຳຊາດ
ພາບປະກອບ:internet
|
(vovworld)-ເນື່ອງໃນໂອກາດຕ້ອນຮັບບຸນປີໃຫມ່ປະຈຳຊາດ, ບັນດາທ້ອງຖິ່ນໃນທົ່ວປະເທດ ພວມມີການເຄື່ອນໄຫວແທດຈິງ, ມີຄວາມໝາຍເພື່ອຊ່ວຍເຫລືອບັນດາເປົ້າໝາຍປະສົບກັບຄວາມຫຍຸ້ງຍາກ.
ແຂວງ ຟູທໍ້ ໄດ້ຫັກງົບປະມານເກືອບ 2,5 ຕື້ດົງ ເພື່ອຊ່ວຍເຫລືອບັນດາຄອບຄົວໃນເປົ້າໝາຍນະໂຍບາຍ, ຜູ້ທຸກຍາກ ແລະ ເປົ້າໝາຍອຸປະກະລະສັງຄົມໄດ້ຕ້ອນຮັບບຸນປີໃຫມ່ປະຈຳຊາດຢ່າງອົບອຸ່ນ. ຢູ່ ແຂວງ ບີງດີ້ງ, ນະຄອນ ດາຫນັງ ກໍໄດ້ຈັດການເຄື່ອນໄຫວມອບຂອງຂວັນ 8000 ພູດໃຫ້ຜູ້ທຸກຍາກ, ຄົນພິການໃນບໍລິເວນນະຄອນ. ທ່ານ ຫງວຽນທ້ວນ, ຮອງປະທານສະພາກາແດງ ນະຄອນ ດາຫນັງ ໃຫ້ຮູ້ວ່າ: ບຸນເຕັດປີນີ້ ສະພາກາແດງນະຄອນ ດາຫນັງ ໄດ້ຂົນຂວາຍຂອງຂວັນ 15.000 ພູດ ແລະ ເຂົ້າສານ 20 ໂຕນເພື່ອຊ່ວຍເຫລືອຜູ້ທຸກຍາກຕ້ອນຮັບບຸນເຕັດຢ່າງເບິກບານມ່ວນຊື່ນ.
“ຜູ້ທຸກຍາກແຕ່ລະຄົນຢູ່ບັນດາບໍລິເວນແຂວງ ຈະໄດ້ຮັບຂອງຂວັນບຸນເຕັດ 1 ພູດ ເຊິ່ງມີມູນຄ່າ 500.000 ດົງ. ປີນີ້ ພວກຂ້າພະເຈົ້າພະຍາຍາມແຈກຢາຍຂອງຂວັນ 15.000 ພູດໃຫ້ຜູ້ທຸກຍາກ ແລະ ລະດົມກຳລັງໃຈພໍ່ແມ່ປະຊາຊົນໃຫ້ມີຄວາມອຸ່ນອ່ຽນໃຈຕ້ອນຮັບບຸນເຕັດຢ່າງເບິກບານມ່ວນຊຶ່ນ.”