(ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ຢ້ຽມຢາມບັນດາທະຫານເສຍອົງຄະ, ທະຫານເຈັບປວ່ຍ)
(vovworld)- ວັນທີ 25/7, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມບັນດາທະຫານເສຍອົງຄະ, ທະຫານເຈັບປວ່ຍ ພວມໄດ້ຮັບການປິ່ນປົວ, ເບິ່ງແຍງຢູ່ສູນປິ່ນປົວບຳລຸງສຸຂະພາບທະຫານເສຍອົງຄະ ຢູຍຕຽນ ແຂວງ ຮ່ານາມ. ທ່ານຮອງນາຍົກລັດຖະມົນຕີ ຢື້ຢາມຖາມຂ່າວກໍຄືຮັບຟັງຄວາມມຸ້ງມາດປາດຖະຫນາຂອງບັນດາທະຫານເສຍອົງຄະ, ທະຫານເຈັບປວຍພວມປິ່ນປົວຢູ່ສູນດັ່ງກ່າວ ພ້ອມທັງຢືນຢັນ: ພັກ, ລັດ ຍາມໃດກໍຈົດຈຳຄຸນງາມຄວາມດີອັນໃຫຍ່ຫລວງຂອງບັນດານັກຮົບເສຍສະຫລະຊີວິດເພື່ອຊາດ, ທະຫານເຈັບປວ່ຍ, ແມ່ຫວຽດນາມ ວິລະຊົນ ແລະ ບັນດາຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດ.
ກ່ອນຫນ້ານັ້ນ ວັນທີ 24/7, ເນື່ອງໃນໂອກາດສະເຫລີມສະຫລອງ 68 ປີແຫ່ງວັນທະຫານເສຍອົງຄະ ແລະນັກຮົບເສຍສະຫລະຊີວິດເພື່ອຊາດ ຄືວັນທີ 27/7, ຜູ້ຕາງຫນ້າຄະນະຊີ້ນຳເຂດ ໄຕບັກ ພ້ອມກັບຄະນະກຳມະການປະຊາຊົນ ແຂວງ ອຽນບາຍ ໄດ້ລົງຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ບັນດາຄອບຄົວໃນເປົ້າໝາຍນະໂຍບາຍຢູ່ບໍລິເວນນະຄອນ ອຽນບາຍ. ແລະກໍໃນໂອກາດນີ້, ອົງຄະນະພັກ ກະຊວງພາຍໃນ ໄດ້ຈັດຕັ້ງການເຄື່ອນໄຫວ ຕອບບຸນແທນຄຸນ ຫລາຍຢ່າງ, ຢ້ຽມຢາມບັນດາສຸສານນັກຮົບເສຍສະຫລະຊີວິດເພື່ອຊາດ ຢູ່ ແຂວງ ກວ໋າງຈີ້, ທາຍບີງ, ຊອກຈັງ ແລະ ຈາວີງ ແລະ ມອບຂອງຂວັນ 200 ພູດ ໃຫ້ບັນດາຄອບຄົວໃນເປົ້າໝາຍນະໂຍບາຍ, ຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດຢູ່ທ້ອງຖິ່ນຈຳນວນຫນຶ່ງ. ໃນວັນທີ 24/7, ຢູ່ ແຂວງ ຫາຍເຢືອງ, ການນຳແຂວງ ແລະ ບັນດາອົງການ, ອົງການຈັດຕັ້ງມະຫາຊົນ ໄດ້ໄປຖະຫວາຍທູບທຽນຢູ່ ວິຫານນັກຮົບເສຍສະຫລະຊີວິດ ທີ່ເມືອງ ເກີມຢາງ ເພື່ອ ອາໄລຫາບັນດານັກຮົບເສຍສະຫລະຊີວິດເພື່ອຊາດ.