ພາບປະກອບ
(vovworld) – ຕອນເຊົ້າວັນທີ 1/9, ຢູ່ນະຄອນໂຮ່ຈີມິນ, ອົງຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດນະຄອນໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 68 ປີ ແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນສະຖາປະນາປະເທດຫວຽດນາມ ທີ 2/9. ໃນສູນທອນພົດໄຂພິທີ, ທ່ານ ເລຮ່ວາງກວນ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ເນັ້ນໜັກວ່າ, ອົງຄະນະພັກ ແລະ ປະຊາຊົນນະຄອນອອກແຮງຜ່ານຜ່າຄວາມຫຍຸ້ງຍາກ, ການທົດສອບສ້າງເປັນໄຊຊະນະຜ່ານໄລຍະການປະຕິວັດຕ່າງໆ. ໃນພາລະກິດແຫ່ງການປ່ຽນແປງໃໝ່, ນະຄອນບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ ແລະ ມີຄວາມໝາຍ, ນຳມາເຊິ່ງຄວາມຜາສຸກໃຫ້ແກ່ປະຊາຊົນ. ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ເນັ້ນໜັກວ່າ:
“ພະນັກງານ, ສະມາຊິກພັກ, ກຳມະກອນແຕ່ລະຄົນຂອງນະຄອນ ໝັ້ນໝາຍອອກແຮງສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ນ້ຳໃນສາມັກຄີ, ເຈດຈຳນົງປະຕິວັດທີ່ກ້າຄົງອົງອາດ, ເປັນເຈົ້າການ, ມີຫົວຄິດປະດິດສ້າງຜ່ານຜ່າຄວາມຫຍຸ້ງຍາກ, ການທ້າທາຍທຸກຢ່າງ, ຍາດໄຊຊະນະໃຫ້ຫຼາຍກວ່າອີກໃນທຸກຂົງເຂດ ເພື່ອສ້າງສາ, ປົກປັກຮັກສາ ແລະ ພັດທະນານະຄອນໃຫ້ກາຍເປັນນະຄອນສີວິໄລ, ທັນສະໄໝ, ປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປະຕິບັດຈຸດໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລຢ່າງມີໄຊ, ເພື່ອກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງ“.
ໃນໂອກາດນີ້, ມີການເຄື່ອນໄຫວຫຼາຍຢ່າງກໍ່ຖືກຈັດຂຶ້ນຢູ່ແຂວງ, ນະຄອນຕ່າງໆໃນທົ່ວປະເທດ. ຢູ່ແຂວງເລິມດົ່ງ, ການນຳແຂວງໄດ້ໄປໄຫວ້ອາໄລບັນດາວິລະຊົນທີ່ເສຍສະຫຼະຊີວິດຢູ່ສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດດ່າລາດ. ເພື່ອສະແດງຄວາມຮູ້ບຸນຄູນຕໍ່ບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດ, ເສລີພາບ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ, ທາງແຂວງກໍ່ໄດ້ຈັດຕັ້ງພິທີຍ້ອງຍໍໝູ່ຄະນະ ແລະ ສ່ວນບຸກຄົນທີ່ເປັນແບບຢ່າງດີເດັ່ນໃນການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄູນສົມບັດປະທານໂຮ່ຈີມິນ ແລະ ສົມທົບກັບແຂວງແຄ໋ງຮ່ວາຈັດງານວາງສະແດງແນະນຳເອກະສານ, ຮູບພາບ, ແຜນທີ່ກ່ຽວກັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ.
ພາບປະກອບ
ການເຄື່ອນໄຫວສະເຫຼີມສະຫຼອງ 68 ປີ ແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນສະຖາປະນາປະເທດຫວຽດນາມ ທີ 2/9 ຍັງດຳເນີນໄປຢ່າງຟົດຟື້ນຢູ່ຫຼາຍປະເທດ. ຕອນຄຳ່ວັນທີ 31/8, ຢູ່ຫຼວງພະບາງ, ອົງຄະນະພັກ, ອຳນາດການປົກຄອງແຂວງໄດ້ສົມທົບກັບກົງສູນໃຫຍ່ຫວຽດນາມຈັດຕັ້ງງານລາຕີສະແດງສິລະປະເພື່ອຄຳນັບຊົມເຊີຍ 68 ປີ ແຫ່ງວັນຊາດຫວຽດນາມ ດ້ວຍຫົວຂໍ້ວ່າ “ສາຍໃຈຫວຽດນາມ - ລາວສວຍສົດງົດງາມຕະຫຼອດໄປ“ ບັນດາບົດເພງ, ວາດຟ້ອນ ໄດ້ຍ້ອງຍໍການນຳສອງປະເທດຫວຽດນາມ - ລາວ, ຍ້ອງຍໍພັກ, ບ້ານເກີດເມືອງນອນ ແລະ ສາຍໃຈບໍລິສຸດຜຸດຜ່ອງຫວຽດນາມ - ລາວ. ກ່ອນໜ້ານັ້ນ, ໃນງານລ້ຽງດ້ວຍການເຂົ້າຮ່ວມຂອງການນຳ 8 ແຂວງທາງພາກເໜືອຂອງລາວ. ທ່ານ ເຈິ່ນວັນຕ໋ວນ ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມຢູ່ແຂວງຫຼວງພະບາງ ໄດ້ຊີ້ແຈ້ງຄວາມໝາຍສຳຄັນຍິງຂອງວັນຊາດທີ 2/9, ແນະນຳກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມຜ່ານແຕ່ລະໄລຍະຕໍ່ສູ້ສ້າງຊາດ ແລະ ຮັກສາປະເທດຊາດ, ກໍ່ຄືຂອບອົກຂອບໃຈລັດຖະບານລາວຍາມໃດກໍ່ສະຫງວນອາລົມຈິດອັນສະໜິດສະໜົມທີ່ສຸດໃຫ້ແກ່ຫວຽດນາມ.
ສະມາຄົມຊາວຫວຽດນາມອາໄສຢູ່ນະຄອນຫຼວງບາງກອກກໍ່ຈັດຕັ້ງພິທີສະເຫຼີມສະຫຼອງເຫດການສຳຄັນຍິ່ງນີ້. ກ່າວຄວາມເຫັນນະພິທີ, ທ່ານ ຫງວຽນງອກແອງ ປະທານສະມາຄົມຊາວຫວຽດນາມອາໄສຢູ່ນະຄອນຫຼວງບາງກອກ ເນັ້ນໜັກວ່າ, ນີ້ແມ່ນພິທີ ທີ່ມີຄວາມໝາຍສຳຄັນ, ປະກອບສ່ວນສ້າງຄວາມເຊື່ອໝັ້ນເພື່ອໃຫ້ປະຊາຄົມຊາວຫວຽດນາມອາໄສຢູ່ນະຄອນຫຼວງບາງກອກສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງຂອງຊາດ.
ຕອນຄຳ່ວັນທີ 31/8, ສະຖານທູດຫວຽດນາມປະຈຳອີຢີບກໍ່ຈັດຕັ້ງງານພົບປະສັງສັນກັບປະຊາຄົມຊາວຫວຽດນາມທີ່ພວມປະຕິບັດງານ, ຮຳ່ຮຽນ ແລະ ອາໄສຢູ່ອີຢີບ. ກ່າວຄວາມເຫັນນະພິທີ, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມຫວຽດນາມ ປະຈຳອີຢີບໃຫ້ຮູ້ວ່າ, ພິທີສະເຫຼີມສະຫຼອງວັນຊາດປີນີ້ ກົງກັບໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ອີຢີບ. ທ່ານຢືນຢັນວ່າ ສາຍຄົວພັນລະຫວ່າງສອງປະເທດ ໄດ້ຮັບການເພີ່ມພູນຄູນສ້າງບົນພື້ນຖານມູນເຊື້ອອັນດີງາມ ແລະ ບັນດາຈຸດທີ່ຄ້າຍຄືກັນທາງດ້ານປະຫວັດສາດ, ກໍ່ຄືຄວາມມຸ້ງຫວັງເສລີພາບ, ເອກະລາດຂອງແຕ່ລະປະເທດ.
ໃນໂອກາດນີ້ການນຳພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດບັນດາປະເທດ ສປຈີນ, ສປປລາວ, ລາຊະອານາຈັກກຳປູເຈຍ, ກູບາ, ລັດເຊຍ… ກໍ່ໄດ້ຝາກຈົດໝາຍອວຍພອນເຖິງການນຳພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດຫວຽດນາມເຊັ່ນດຽວກັນ.