(vovworld) - ສະເຫຼີມສະຫຼອງ 67 ປີແຫ່ງວັນການປະຕິວັດ ແລະ ວັນຊາດຫວຽດນາມ ທີ 2/9 ແລະ 43 ປີແຫ່ງວັນເຖິງແກ່ມໍລະນະກຳຂອງປະທານໂຮ່ຈິມິນ, ວັນທີ 1/9, ສະຖານທູດຫວຽດນາມ ປະຈຳ Venezuela ໄດ້ຈັດພິທີຖະຫວາຍດອກໄມ້ຢູ່ອານຸສາວະລີໂຮ່ຈີມິນ ຢູ່ທາງຫຼວງ Bolivia ທີ່ນະຄອນຫຼວງ Caracas ແລະ ເປີດສະຫຼອງເຂດສັກສິດຮ້ານບູຊາປະເທດຊາດ ໃນບໍລິເວນສວນຂອງສະຖານທູດ. ກ່າວຄຳເຫັນທີ່ພິທີ່, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ Venezuela Ngo Tien Dung ໄດ້ຮຽກຮ້ອງຊາວຫວຽດນາມ ປະຈຳ Venezuela ອວາຍໜ້າເມື່ອຫາປະເທດຊາດຫຼາຍກວ່າ ກໍຄືຄວາມຄວາມສາມັກຄີ, ຮ່ວມມືເພື່ອສຳເລັດທຸກໜ້າທີ່ ທີ່ໄດ້ຮັບມອບໝາຍ ແລະ ຍາມໃດກໍສູ້ຊົນ, ຝຶກຝົນຫຼໍ່ຫຼອມ, ຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈີມິນ. ວັນທີ 2/9, ສະຖານທູດຫວຽດນາມ ປະຈຳ ອາຟະລິກາໃຕ້ ໄດ້ຈັດພິທີສະເຫຼີມສະຫຼອງ 67 ປີແຫ່ງວັນຊາດ ສ.ສ ຫວຽດນາມ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາຟະລິກາໃຕ້ Nguyen Manh Hung ໄດ້ຢືນຢັນວ່າ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກໄດ້ຈາກຊາດຫວຽດນາມ ແລະ ພວມປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດ ຫວຽດນາມ ໃຫ້ຮັ່ງມີ, ເຂັ້ມແຂວງ, ປະຊາທິປະໄຕ, ຍຸດຕິທຳ ແລະ ສີວິໄລ; ເພີ່ມທະວີ ແລະ ປັບປຸງການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ ກັບບັນດາປະເທດໃນໂລກ.
ແລະກໍໃນວັນດຽວກັນ, ຢູ່ເຂດປົກຄອງພິເສດ ມາກາວ, ປະເທດຈີນ ກົງສູນໃຫຍ່ຫວຽດນາມ ປະຈຳ ຮົ່ງກົງ ແລະ ມາກາວ ໄດ້ຈັດພິທີສະເຫຼີມສະຫຼອງ 67 ປີແຫ່ງວັນຊາດ ສ.ສ ຫວຽດນາມ. ທ່ານນາງຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈຳຮົ່ງກົງ ແລະ ມາກາວ Nguyen Thi Nha ເຊື່ອໝັ້ນວ່າ ຊາວຫວຽດນາມ ອາໄສຢູ່ມາກາວ ສືບຕໍ່ຍົກສູງມູນເຊື້ອອຸມຊູຊ່ວຍເຫຼືອຊື່ງກັນ ແລະ ກັນ, ປະກອບສ່ວນເຂົ້າໃນການຮັກສາ ແລະ ພັດທະນາພາບພາດທີ່ດີງາມຂອງຫວຽດນາມ ໃນສາຍຕາຂອງປະຊາຊົນຈີນ ກໍຄືເພື່ອນມິດສາກົດ.
ໃນວັນທີ 2/9, ຢູ່ນະຄອນຫຼວງວຽງຈັນ, ປະຊາຊົນໄດ້ແຂວນທຸງຊາດຫວຽດນາມ. ເລື່ອງແຂວນທຸງຊາດຫວຽດນາມ ໄດ້ສະແດງນ້ຳໃຈ ແລະ ຄວາມສາມັກຄີລະຫວ່າງສອງປະເທດລາວ - ຫວຽດນາມ. ຮູບພາບນີ້ກໍສະແດງຈະແຈ້ງສາຍພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ ໃນປະເທດລາວ ເນື່ອງໃນໂອກາດປີສາມັກຄີຫວຽດນາມ - ລາວ ແລະ ສະເຫຼີມສະຫຼອງບັນດາວັນບູນໃຫຍ່ຂອງສອງປະເທດ. ເນື່ອງໃນໂອກາດນີ້, ບັນດາອົງການ, ສຳນັກງານຢູ່ລາວ ກໍແຂວນທຸງຊາດຫວຽດນາມ ແລະ ໄດ້ມີບັນດາການເຄື່ອນໄຫວສະແດງນ້ຳໃຈພິເສດໃນວັນຊາດຫວຽດນາມ.