ການເລືອກຕັ້ງຢູ່ໄທຈະດຳເນີນໄປໃນວັນທີ 2/2/2014
ທ່ານນາງນາຍົກລັດຖະມົນຕີໄທ ຍິງຣັກ ຊິນນະວັດ
(ພາບອີນເຕີແນັດ)
(vovworld) - ຕອນຄຳ່ວັນທີ 9/12, ພະບາດສົມເດັດ ພະເຈົ້າມະຫາຊີວິດໄທ ພູມີພົນ ອະດູນຢາເດດ ໄດ້ໃຫ້ສັດຕະຍາບັນຂໍ້ຕົກລົງຍຸບເລີກສະພາແຫ່ງຊາດ ແລະ ຈັດຕັ້ງການເລືອກຕັ້ງໃໝ່ໃນວັນທີ 02/02/2014. ຂໍ້ຕົກລົງດັ່ງກ່າວຖືກຍົກອອກມາ ພາຍຫຼັງທ່ານນາງນາຍົກລັດຖະມົນຕີໄທ ຍິງຣັກ ຊິນນະວັດຖະແຫຼງຍຸບເລີກສະພາແຫ່ງຊາດໃນວັນທີ 09/12 ແລະ ຈະຈັດ ການເລືອກຕັ້ງໃນໄລຍະເວລາທີ່ເໝາະສົມ, ເພື່ອແນໃສ່ຢຸດຕິວິກິດການການເມືອງໃນປະຈຸບັນ.
ແຕ່ໂດຍບໍ່ຫົວຊາຕໍ່ເລື່ອງທ່ານນາງນາຍົກລັດຖະມົນຕີໄທ ໄດ້ມານະພະຍາຍາມລຸດຜ່ອນຄວາມເຄັ່ງຕຶງດ້ວຍຄຳຖະແຫຼງດັ່ງກ່າວ, ຜູ້ແຫ່ຂະບວນປະທ້ວງຍັງຢືນຢັນ ພຽງແຕ່ຍຸບເລີກການແຫ່ຂະບວນປະທ້ວງເມື່ອສະພາປະຊາຊົນໄດ້ຮັບການສ້າງຕັ້ງຕາມຄຳສະເໜີຂອງເຂົາເຈົ້າເທົ່ານັ້ນ. ຕາມການຄາດຄະເລຂອງຕຳຫຼວດແລ້ວ, ມີຜູ້ແຫ່ຂະບວນປະທ້ວງປະມານ 160.000 ຄົນ ໄດ້ແຫ່ຂະບວນຢູ່ອ້ອມສຳນັກງານລັດຖະບານ ຢູ່ນະຄອນຫຼວງບາງກອກ ໃນວັນທີ 09/12.
ໃນຖະແຫຼງການເມື່ອຕອນຄໍ່າວັນທີ 09/12, ຫົວໜ້າຜູ້ແຫ່ຂະບວນປະທ້ວງ ສຸເທບ ເທືອກສຸບັນ ຢືນຢັນຈຸດປະສົງຂອງຜູ້ແຫ່ຂະບວນປະທ້ວງບໍ່ພຽງແຕ່ຍຸບເລິກສະພາແຫ່ງຊາດເທົ່ານັ້ນ ແລະ ຖືວ່າ ວຽກງານທັງໝົດພຽງແຕ່ມີຄວາມໝາຍເມື່ອລັດຖະບານຊົ່ວຄາວໃນປະຈຸບັນຕ້ອງລາອອກຈາກຕຳແໜ່ງ ເພື່ອສ້າງຕັ້ງສະພາປະຊາຊົນແນໃສ່ປະຕິຮູບດ້ານການເມືອງ ກ່ອນດຳເນີນການເລືອກຕັ້ງລັດຖະບານໃໝ່.