( vovworld ) – ໂດຍສືບຕໍ່ບັນດາການເຄື່ອນໄຫວຄຳນັບຊົມເຊຍຜົນສຳເລັດຂອງ “ ກອງປະຊຸມການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ - ລາວ, ຄວາມສາມັກຄີ - ມິດຕະພາບ ”, ຕອນຄໍ່າວັນທີ 25/4, ຢູ່ຮ່າໂນ້ຍ, ໄດ້ດຳເນີນການໂອ້ລົມສົນທະນາວິສາຫະກິດຫວຽດນາມ - ລາວ. ທ່ານຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ ໄດ້ສະເໜີໃຫ້ສອງຝ່າຍຄວນເພີ່ມທະວີການພົວພັນແລກປ່ຽນຂໍ້ມູນຂ່າວຈາກຂັ້ນລັດຖະບານຕະຫຼອດຮອດບັນດາວິສາຫະກິດ ເພື່ອແກ້ໄຂຂໍ້ຕິດຂັດ, ຄວາມຫຍຸ້ງຍາກຢ່າງທັນການ, ຍູ້ແຮງລະດັບຄວາມໄວໃນການຜັນຂະຫຍາຍກິດຈະກຳ ແລະ ໂຄງການຮ່ວມມືຕ່າງໆ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມໃນການຮ່ວມມືລະຫວ່າງສອງປະເທດ, ພິເສດແມ່ນບັນດາວິສາຫະກິດຫວຽດນາມ ລົງທຶນຢູ່ລາວ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ວິວັດການກໍ່ສ້າງ ແລະ ພັດທະນາປະເທດລາວ. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໄດ້ເອົາໃຈໃສ່ເຖິງໜ້າທີ່ຮັບຜິດຊອບອັນດັບໜື່ງ ສຳລັບບັນດາວິສາຫະກິດຫວຽດນາມ ທີ່ລົງທຶນຢູ່ລາວ ແມ່ນຊຸກຍູ້ຄວາມສາມັກຄີແບບພິເສດ, ການຮ່ວມມືຢ່າງຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ - ລາວຢ່າງບໍ່ຢຸດຢັ້ງ.
ທີ່ການໂອ້ລົມສົນທະນາ, ຜູ້ຕາງໜ້າບັນດາວິສາຫະກິດຫວຽດນາມ ໄດ້ສະເໜີຕໍ່ລັດຖະບານລາວ ພິຈາລະນາ, ໃຫ້ບຸລິມະສິດມອບໂຄງການຕ່າງໆໃຫ້ວິສາຫະກິດຫວຽດນາມ ປະຕິບັດ.