( vovworld ) – ຕອນບ່າຍວັນທີ 23/4, ກຳປັ່ນ 3 ລຳຂອງກອງທັບເຮືອອາເມລິກາ ໄດ້ເຂົ້າທຽບທ່າກຳປັນ Tien Sa ຢ້ຽມຢາມສັນຕະວະໄມຕີນະຄອນ Da Nang. ໃນການຢ້ຽມຢາມຄັ້ງນີ້, ກຳປັ່ນ 3 ລຳຂຶ້ນກັບກອງເຮືອຮົບ 7 - ກອງທັບເຮືອສະຫະລັດອາເມລິກາ ດ້ວຍນາຍ ແລະ ພົນທະຫານ ແລະ ລູກເຮືອເກືອບ 2000 ຄົນຈະພັກອາໄສຢູ່ນະຄອນDa Nang ແຕ່ວັນທີ 23 – 27/4. ນອກຈາກການແລກປ່ຽນສອງຝ່າຍລະຫວ່າງກອງທັບເຮືອຫວຽດນາມ ແລະ ກອງທັບເຮືອສະຫະລັດອາເມລິກາ, ສອງຝ່າຍຍັງແລກປ່ຽນກ່ຽວກັບການແພດໃນນ້ຳ, ການແພດໃນການດຳນ້ຳ ແລະຫ້ອງຄວາມດັນແຮງໃນກາປິ່ນ ແລະ ແລກປ່ຽນບົດຮຽນໃນການກູ້ໄພກູ້ຊີບບົນທະເລ.