ທ່ານນາງ ຟ້າມທິຫາຍຈ່ວຽນ, ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ
|
(vovworld)- ວັນທີ 25/9, ກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ເລີ່ມຕົ້ນກອງປະຊຸມຄັ້ງທີ 9, ປຶກສາຫາລືກ່ຽວກັບຂົງເຂດແຮງງານ, ວຽກເຮັດງານທຳ, ຮັບປະກັນຊີວິດສັງຄົມ. ໃນ 8 ເດືອນ ຜ່ານມາ, ທົ່ວປະເທດໄດ້ສ້າງວຽກເຮັດງານທຳໃຫ້ແກ່ຄົນງານກວ່າ 1 ລ້ານຄົນ, ບັນລຸກວ່າ 64% ແຜນການທີ່ວາງອອກ. ຄາດວ່າທ້າຍປີນີ້ ອັດຕາສ່ວນຄອບຄົວທຸກຍາກໃນທົ່ວປະເທດຍັງເຫລືອພຽງ 5,8-6%, ຫລຸດລົງປະມານ 1,8 -2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ວຽກງານສອນວິຊາຊີບສືບຕໍ່ປ່ຽນໃຫມ່, ຕິດພັນກັບຕະຫລາດແຮງງານ. ກ່ຽວກັບມາດຕະການແກ້ໄຂສະພາບສອນວິຊາຊີບ, ມຸ່ງໄປເຖິງການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ທ່ານນາງ ຟ້າມທິຫາຍຈ່ວຽນ, ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໃຫ້ຮູ້ວ່າ:
“ປະຈຸບັນ ຄວາມຫຍຸ້ງຍາກຂອງຊາວຊົນເຜົ່າສ່ວນຫນ້ອຍ ສ່ວນຫລາຍແມ່ນລະດັບຄວາມຮູ້ ແລະ ພື້ນຖານໂຄງລ່າງ, ລັດຖະບານກໍໄດ້ສະຫງວນບຸລິມະສິດລົງທຶນໃຫ້ແກ່ພື້ນຖານໂຄງລ່າງ, ບຸລິມະສິດແກ່ການຮ່ຳຮຽນ, ສອນວິຊາຊີບໃຫ້ແກ່ຊາວຊົນເຜົ່າ.”