(VOVWORLD) -ບັນດາພົນທະຫານ ໄດ້ດຳເນີນການລຸກຮືຂຶ້ນຢູ່ ນະຄອນຫຼວງ Conakry ໃນວັນທີ 5 ກັນຍາ ແລ້ວຖະແຫຼງວ່າ ເຂົາເຈົ້າໄດ້ຍຸບເລີກລັດຖະທຳມະນຸນ, ຍຸບເລີກລັດຖະບານໃນການກໍ່ລັດຖະປະຫານ.
ຕຳຫຼວດຕ້ານການກໍ່ການປະທະກັນຢູ່ ກີເນ ຢູ່ນະຄອນຫຼວງ Conakry (ພາບ: TTXVN) |
ໃນເທັບບັນທຶກສຽງທີ່ໄດ້ອອກອາກາດໃນຊ່ອງໂທລະພາບແຫ່ງລັດ ກີເນ, ບັນດາພົນທະຫານ ໄດ້ດຳເນີນການລຸກຮືຂຶ້ນຢູ່ ນະຄອນຫຼວງ Conakry ໃນວັນທີ 5 ກັນຍາ ແລ້ວຖະແຫຼງວ່າ ເຂົາເຈົ້າໄດ້ຍຸບເລີກລັດຖະທຳມະນຸນ, ຍຸບເລີກລັດຖະບານໃນການກໍ່ລັດຖະປະຫານ. ໃນແຈ້ງການໜຶ່ງທີ່ໄດ້ປະກາດຜ່ານຄຼິບວິດີໂອອື່ນ, ກຳລັງດັ່ງກ່າວດ້ຢັ້ງຢືນວ່າ ໄດ້ຈັບຕົວທ່ານປະທານາທິບໍດີ Alpha Conde ແລະ ຍຸບເລີກລັດຖະບານ.
ມີຫຼາຍແຫຼ່ງຂ່າວຖືວ່າ ຢືນຢູ່ເບື້ອງຫຼັງການກໍ່ລັດຖະປະຫານນີ້ ແມ່ນກອງກຳລັງພິເສດຂອງ ກອງທັບແຫ່ງຊາດ ພາຍໃຕ້ການບັນຊາຂອງທ່ານ Mamady Doumbouya ອະດີດທະຫານຕ່າງປະເທດ ທີ່ສະໝັກໃຈຕໍ່ສູ້ເພື່ອປະເທດ ຝລັ່ງ.
ວັນທີ 5 ກັນຍາ, ທ່ານເລຂາທິການໃຫຍ່ ສປຊ ໄດ້ກ່າວປະນາມການກໍ່ລັດຖະປະຫານຢູ່ ກີເນ ແລະ ກະຕຸກຊຸກຍູ້ໃຫ້ກຳລັງດັ່ງກ່າວສົ່ງຄວາມສິດເສລີໃຫ້ແກ່ທ່ານປະທານາທານາທິບໍດີ Alpha Conde.