ຜູ້ຕາງໜ້າຝ່າຍ ຊີຣີ ທ່ານ Nasr al-Hariri ໃນການປະຊຸມຂ່າວຢູ່ເຊີແນວ, ປະເທດ ສະວິດ, ພາຍຫຼັງການພົບປະກັບທູດພິເສດຂອງ ສປຊ ກ່ຽວກັບຊີຣີ Staffan de Mistura ໃນວັນທີ 3/3.
(ພາບ:EPA/TTXVN)
|
(vovworld) - ວັນທີ 14/3, ຜູ້ຕາງໜ້າຂອງຝ່າຍຄ້ານ ຊີຣີ ໄດ້ເຜີຍໃຫ້ຮູ້: ສາຍເຫດປະຕິເສດເຂົ້າຮ່ວມຮອບເຈລະຈາທີ 3 ກ່ຽວກັບການແກ້ໄຂວິກິດການຢູ່ນະຄອນຫຼວງ Astana ຂອງປະເທດ ກາຢັກສະຖານ, ນັ້ນແມ່ນກອງທັບອາກາດຂອງ ລັດເຊຍ ໄດ້ຖິ້ມລະເບີດລົງໃສ່ບາງສະຖານທີ່ຂອງເຂົາເຈົ້າ ກໍ່ຄືຂອງສາມັນຊົນ. ກຳລັງຝ່າຍຄ້ານ ຊີຣີ ບໍ່ພຽງແຕ່ບໍ່ເຂົ້າຮ່ວມການພົບປະຢູ່ Astana ເທົ່ານັ້ນ ຫາກຍັງປະປ່ອຍກໍລະນີເຂົ້າຮ່ວມການເຈລະຈາຮອບໃໝ່ກ່ຽວກັບສັນຕິພາບຂອງ ຊີຣີ ຊຶ່ງຄາດວ່າຈະຈັດຕັ້ງໃນວັນທີ 23/3 ຈະມາເຖິງຢູ່ ເຊີແນວ (ປະເທດ ສະວິດ). ປະຈຸບັນ, ຝ່າຍ ລັດເຊຍ ກໍ່ຄືລັດຖະບານ ຊີີຣີ ຍັງບໍ່ທັນໄດ້ຍົກອອກຂໍ້ສັງເກດໃດໆກ່ຽວກັບຂໍ້ມູນຂ່າວດັ່ງກ່າວເທື່ອ.
ຜູ້ຕາງໜ້າຂອງຄະນະລັດຖະບານ ຊີຣີ, ທ່ານ Bashar Jaafari, ຜູ້ຕາງໜ້າຂອງຊີຣີ ປະຈຳສະຫະປະຊາຊາດ ໄດ້ຕຳນິຕິຕຽນຝ່າຍຄ້ານ ໄດ້ປະຕິເສດຮອບເຈລະຈາຢູ່ Astana. ທ່ານ Bashar Jaafari ໄດ້ຖະແຫຼງວ່າຄະນະຜູ້ແທນລັດຖະບານເຂົ້າຮ່ວມການເຈລະຈາຮອບທີ 3 ນີ້ແມ່ນເພື່ອເຈລະຈາກັບບັນດາປະເທດພັນທະມິດ ລັດເຊຍ ແລະ ອີຣານ, ພ້ອມທັງສະແດງຄວາມປາດຖະໜາຕໍ່ບັນດາໝາກຜົນຕັ້ງໜ້ານີ້.