ຂົວຣົ້ງດານັ້ງ (ພາບ:baodanang)
|
(vovworld)- ຂົວຣົງ, ຊຶ່ງແມ່ນກິດຈະກຳທີ່ມີຊື່ສຽງຢູ່ນະຄອນດານັ້ງ ປະເທດຫວຽດນາມ ໄດ້ຮັບລາງວັນໃຫຍ່ປີ 2014 ໂດຍສະພາບັນດາບໍລິສັດເຕັກນິກອາເມລິກາມອບໃຫ້. ນີ້ແມ່ນລາງວັນໄດ້ຮັບຖືວ່າ ແມ່ນມີຄຸນຄ່າທີ່ສຸດ ຂອງຂະແໜງເຕັກນິກໂລກ. ຂົວຮົງແມ່ນໜຶ່ງໃນ 8 ກິດຈະກຳ ແລະ ໂຄງການທີ່ດີເດັ່ນກວ່າໝູ່ ໄດ້ຮັບການເຊີດຊູດ້ວຍລາງວັນໃຫຍ່ຢູ່ທີ່ພິທີມອບລາງວັນເຕັກນິກດີເດັ່ນ ຊຶ່ງຈັດຂຶ້ນຢູ່ວໍຊິງຕັນເມື່ອວັນທີ 30/4 . ຕາງໜ້າໃຫ້ອຳນາດການປົກຄອງ ແລະ ປະຊາຊົນດານັ້ງ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ວໍ້ຢີເຄືອງ ໃຫ້ຮູ້ວ່າ :
“ ຂົວຣົງ ແມ່ນຄວາມເອກອ້າງທະນົງໃຈຂອງຊາວ ດານັ້ງ ແລະ ລາງວັນນີ້ໄດ້ເຮັດໃຫ້ຄວາມເອກອ້າງທະນົງໃຈທະວີຄູນຂຶ້ນທົບ 2 ເທົ່າ. ດ້ວຍລາງວັນນີ້, ຂົວຣົງ ກໍແມ່ນທູດແຫ່ງສັນຕິພາບ ແລະ ເຈດຕະນາດີ, ເຊື່ອມຕໍ່ລະຫວ່າງຫວຽດນາມກັບເພື່ອມິດທົ່ວໂລກ. ນີ້ແມ່ນການຢັ້ງຢືນດ້ານເຕັກນິກ, ໂຄງສ້າງ ແລະ ການອອກແບບຂອງຂົວ, ສົມກັບລະດັບເຕັກນິກຂອງໂລກ . ”