ຄວາມບໍ່ລົງລອຍກັນທີ່ເຄັ່ງຕຶງໃນພິທີໄຂ ກອງປະຊຸມເຊີແນວII
ທ່ານ Bankimoon ເລຂາທິການໃຫຍ່ ສປຊ
ພາບ:internet
|
(vovworld) - ໃນວັນທີ 22/1 ແມ່ນມື້ທຳອິດຂອງກອງປະຊຸມສັນຕິພາບ ເຊີແນວ II ຈັດຂຶ້ນຢູ່ Montreux ປະເທດສະວິດ, ບັນດາພັກຝ່າຍທີ່ເຂົ້າຮ່ວມສົງຄາມຢູ່ ຊີຣີ ໄດ້ສະແດງໃຫ້ເຫັນຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງ. ກ່າວຄຳເຫັນໄຂພິທີ, ທ່ານ Walid Muallem ລັດຖະມົນຕີການຕ່າງປະເທດ ຊີຣີ ໄດ້ກ່າວປະນາມຝ່າຍຄ້ານຂອງປະເທດນີ້ ແມ່ນບັນດາພວກທໍລະຍົດ ແລະ ສືບລັບຕ່າງປະເທດ. ທ່ານ Muallem ຢືນຢັນວ່າ: ພຽງແຕ່ຊາວ ຊີຣີ ຈຶ່ງສາມາດຕັດສິນຊາຕະກຳຂອງປະທານາທິບໍດີ Bashar al Assad ໄດ້. ຝ່າຍຄ້ານ ຢູ່ ຊີຣີ ກໍສະແດງໃຫ້ເຫັນຄວາມແຂງກະດ້າງເມື່ອຫົວຫນ້າຝ່າຍຄ້ານຂອງ ຊີຣີ ພ້ອມທັງເປັນປະທານພັນທະມິດຊົນຊາດ ຊີຣິ, ທ່ານ Ahmad Jarba ຢືນຢັນ ຈະບໍ່ເຈລະຈາກ່ຽວກັບເລື່ອງທ່ານປະທານາທິບໍດີ Bashar al Assad ສືບຕໍ່ດຳລົງຕຳແຫນ່ງ ເພາະວ່າ ຕາມທ່ານ Ahmad Jarba ແລ້ວ ຈຸດປະສົງຂອງກອງປະຊຸມແມ່ນເພື່ອສ້າງຕັ້ງລັດຖະບານໃຫມ່. ທ່ານ Jarba ຮຽກຮ້ອງໃຫ້ຄະນະຜູ້ແທນຂອງລັດຖະບານ ຊີຣີ ຕ້ອງລົງນາມອັນທີ່ເອີ້ນວ່າ ຂໍ້ຕົກລົງ ເຊີແນວ I, ຕາມນັ້ນແລ້ວ ຄວາມຮຽກຮ້ອງມອບໂອນສິດອຳນາດຂອງທ່ານ Bashar al Assad ລວມທັງ ກອງທັບ ແລະ ກຳລັງປ້ອງກັນຄວາມສະຫງົບໃຫ້ແກ່ລັດຖະບານໃຫມ່.