(vovworld) – ຄວາມເຄັ່ງຕຶງລະຫວ່າງບັນດາປະເທດມະຫາອຳນາດຝ່າຍຕາເວັນຕົກ ແລະ ຊີຣີ ນັບມື້ນັບເພີ່ມຂຶ້ນ. ສົງຄາມຄັ້ງໃໝ່ອາດຈະເກີດຂຶ້ນຢູ່ ຕາເວັນອອກກາງ ໃນຂະນະທີ່ວັນທີ 29/8, ແຫຼ່ງຂ່າວຈາກຝ່າຍຕາເວັນຕົກໃຫ້ຮູ້ວ່າ: ທະຫານເຮືອ ອາເມລິກາ ພວມເພີ່ມທະວີການມີໜ້າຢູ່ເຂດອ່າວ Persian, ພ້ອມທັງເພີ່ມຈຳນວນກຳ່ປັນສະໜາມບິນຈາກໜຶ່ງລຳຂຶ້ນເຖິງ 2 ລຳ. ກ່ອນໜ້ານັ້ນ, ວັນທີ 28/8, ບັນດາເອກອັກຄະລັດຖະທູດຂອງລາຊະອານາຈັກ ອັງກິດ, ຈີນ, ຝຣັ່ງ, ລັດເຊຍ ແລະ ອາເມລິກາ ໄດ້ສິ້ນສຸດການປຶກສາຫາລືກ່ຽວກັບມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໂດຍ ລອນດອນ ຮຽບຮຽງກ່ຽວກັບການອະນຸຍາດໃຫ້ມີການເຄື່ອນໄຫວດ້ານການທະຫານຢູ່ ຊີຣີ. ກອງປະຊຸມສິ້ນສຸດລົງແຕ່ບໍ່ມີສັນຍານໃດສະແດງໃຫ້ເຫັນວ່າສະພາຄວາມໝັ້ນຄົງສະຫະປະຊາຊາດ ອາດຈະລົງຄະແນນສຽງກ່ຽວກັບມະຕິກ່າວປະນາມການນຳໃຊ້ອາວຸດເຄມີຢູ່ ຊີຣີ. ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Vladimir Titov ຖືວ່າ: ປະຈຸບັນ, ບໍ່ແມ່ນຈຸດເວລາເໝາະສົມເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການລົງໂທດຂອງສະຫະປະຊາຊາດເພື່ອແນໃສ່ Damascus ກ່ອນທີ່ບັນດານັກກວດກາຍື່ນບົດລາຍງານກ່ຽວກັບການນຳໃຊ້ອາວຸດເຄມີຢູ່ ຊີຣີ. ສ່ວນລັດຖະມົນຕີການຕ່າງປະເທດ ຈີນ ວາງອີ ໄດ້ຊຸກຍູ້ທຸກຝ່າຍກ່ຽວຂ້ອງລະງັບໃຈໃນວິກິດການນີ້. ໃນຂະນະນັ້ນ, ຢູ່ ຊີຣີ, ບັນດາແຫຼ່ງຂ່າວຈາກປະຊາຊົນ ແລະ ຝ່າຍຄ້ານໃຫ້ຮູ້ວ່າ: ບັນດາກຳລັງຂອງປະທານທິບໍດີ ຊີຣີ Bashar al – Assad ໄດ້ໃຫ້ພາລະກອນສ່ວນຫຼາຍອົບພະຍົບອອກຈາກກອງບັນຊາການປ້ອງກັນຄວາມສະຫງົບ ແລະ ກອງທັບຢູ່ນະຄອນຫຼວງ Damascus ເພື່ອຮັບປະກັນຄວາມປອດໄພເມື່ອຖືກຝ່າຍຕາເວັນຕົກບຸກໂຈມຕີ.