ບັນດາ ສ.ສ.ປ ພົບປະກັບຜູ້ມີສິດເລືອກຕັ້ງ |
(vovworld)- ວັນທີ 8/6, ຜູ້ມີສິດເລືອກຕັ້ງທົ່ວປະເທດໄດ້ເອົາໃຈໃສ່ຕິດຕາມວາລະປະຊຸມຂອງບັນດາສະມາຊິດສະພາແຫ່ງຊາດໃນຂອບເຂດ ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມຊຸດທີ 13, ຕີລາຄາເພີ່ມເຕີມສະພາບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດປີ 2014; ສະພາບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2015 . ທ່ານ ຫງວຽນວັນຮ້ຽນ ຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນຖືວ່າ :
“ ສະພາບການເສດຖະກິດມະຫາພາກເປັນປົກກະຕິ, ສະພາບການເຕີບໂຕເສດຖະກິດດີພໍສົມຄວນ. ຢາກບັນລຸລະດັບເຕີບໂຕເສດຖະກິດສູງໃນທ້າຍປີນັ້ນ, ພວກເຮົາຕ້ອງແກ້ໄຂ ແລະ ຄວບຄຸມໜີ້ເສຍໃຫ້ດີ. ພວກເຮົາຕ້ອງດັດປັບອັດຕາແລກປ່ຽນເງິນຕາເປັນປົກກະຕິເພື່ອໜູນຊ່ວຍການສົ່ງອອກ, ການສົ່ງອອກໃນ 5 ເດືອນຕົ້ນປີມີການເຕີບໂຕ, ແຕ່ຍັງບໍ່ທັນບັນລຸຄວາມຮຽກຮ້ອງຕ້ອງການ ”