(vovworld) – ຕ້ອນເຊົ້າວັນທີ 15/7, ຄະນະນັກຮຽນຫວຽດນາມທີ່ພວມດຳລົງຊີວິດ ແລະ ຮໍ່າຮຽນຢູ່ 25 ປະເທດ ແລະ ພາກພື້ນ, ທີ່ເຂົ້າຮ່ວມລາຍການຄ້າຍພັກແລ້ງຫວຽດນາມ 2012, ໄດ້ໄປຖະຫວາຍທູບທຽນຢູ່ເຂດປູສະນີຍະຊະຖານບັນດາວິຫານບູຊາເຈົ້າຊີວິດເຈີ່ນ ແລະ ເຂົ້າຮ່ວມພິທີອາໄລຫາບັນດາວີນຍານບັນດາວິລະຊົນນັກຮົບທີ່ເສຍຊະຫຼະຊີວິດເພື່ອຊາດຢູ່ແຂວງ ທ໋າຍບິ່ງ. ລາຍການຄ້າຍພັກແລ້ງຫວຽດນາມ 2012 ດ້ວຍຫົວຂໍ້ “ກັບເມືອເຂດດິນແດງ” ເພື່ອແນໃສ່ລະນຶກ 60 ປີແຫ່ງວັນຄ້າຍວັນເກີດຂອງນັກຮົບວິລະຊົນຍິງ Vo Thi Sau, 150 ປີແຫ່ງວັນສ້າງຕັ້ງຄຸກ ກົນດາວ ແລະ 65 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ. ນັກຮຽນຫວຽດນາມທີ່ຮຳ່ຮຽນຢູ່ຕ່າງປະເທດເຂົ້າຮ່ວມຄ້າຍພັກແລ້ງ ລ້ວນແຕ່ແມ່ນແບບຢ່າງຮໍ່າຮຽນທີ່ດີເດັ່ນ ແລະ ມີການອຸທິດສ່ວນຢ່າງຫຼວງຫຼາຍໃຫ້ແກ່ສັງຄົມ. ພາຍຫຼັງຫຼາຍປີທີ່ຫ່າງຈາກບ້ານເກີດເມືອງນອນ, ນີ້ແມ່ນໂອກາດທີ່ດີເພື່ອໃຫ້ພວກນ້ອງມີໂອກາດກັບເມື່ອປະເທດ, ຊອກຮູ້ກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ ຈາກນັ້ນຍິ່ງມີຄວາມຮັກຕໍ່ປະເທດຫວຽດນາມ ແລະ ເພີ່ມສະຕິໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດກວ່າອີກ.