(VOVWORLD) -ສະພາແຫ່ງຊາດຊຸດທີ xv, ພິຈາລະນາບົດລາຍງານສະພາບການແກ້ໄຂ, ຕອບຄຳຊັກຖາມຂອງຜູ້ມີສິດເລືອກຕັ້ງ; ໝາກຜົນການຕ້ອນຮັບພົນລະເມືອງ, ຮອງຮັບ ແລະ ແກ້ໄຂໃບຮ້ອງທຸກ, ຮ້ອງຟ້ອງ ແລະ ຕິດຕາມວຽກງານແກ້ໄຂການຮ້ອງທຸກ, ຮ້ອງຟ້ອງຂອງພົນລະເມືອງ ທີ່ໄດ້ສົ່ງມາຍັງສະພາແຫ່ງຊາດ.
ກອງປະຊຸມເທື່ອທີ 2, ຄະນະປະຈຳສະພາແຫ່ງຊາດຊຸດທີ XV (ພາບ:TTXVN) |
|
ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມເທື່ອທີ 2, ວັນທີ 18 ສິງຫາ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນເບື້ອງຕົ້ນກ່ຽວກັບການກະກຽມກອງປະຊຸມເທື່ອທີ 2, ສະພາແຫ່ງຊາດຊຸດທີ xv, ພິຈາລະນາບົດລາຍງານສະພາບການແກ້ໄຂ, ຕອບຄຳຊັກຖາມຂອງຜູ້ມີສິດເລືອກຕັ້ງ; ໝາກຜົນການຕ້ອນຮັບພົນລະເມືອງ, ຮອງຮັບ ແລະ ແກ້ໄຂໃບຮ້ອງທຸກ, ຮ້ອງຟ້ອງ ແລະ ຕິດຕາມວຽກງານແກ້ໄຂການຮ້ອງທຸກ, ຮ້ອງຟ້ອງຂອງພົນລະເມືອງ ທີ່ໄດ້ສົ່ງມາຍັງສະພາແຫ່ງຊາດ.
ໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາຮ່າງມະຕິ ວ່າດ້ວຍການປະກາດລະບຽບການເຮັດວຽກເປັນຕົວຢ່າງຂອງ ສະພາຊົນເຜົ່າ, ບັນດາກຳມາທິການຂອງສະພາແຫ່ງຊາດ. ພິຈາລະນາ, ຕັດສິນການສ້າງຕັ້ງ, ຍົກເລີກອົງການສືບສວນອາຍາເຂດທະຫານ ແລະ ອົງການທຽບເທົ່າ, ອົງການສືບສວນອາຍາຂົງເຂດໃນກອງທັບປະຊາຊົນ.