ຄະນະຜູ້ແທນທະຫານອາສາສະໝັກແລະອະດີດນັກຊ່ຽວຊານຫວຽດນາມຢ້ຽມຢາມລາວ

ຄະນະຜູ້ແທນທະຫານອາສາສະໝັກແລະອະດີດນັກຊ່ຽວຊານຫວຽດນາມຢ້ຽມຢາມລາວ - ảnh 1
ຄະ​ນະ​ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ຮອງປະ​ທານ​ປະ​ເທດ ລາວ ​ບຸນ​ຍັງ ວໍ​ລະ​ຈິດ

(vovworld) – ​​​​​​​ ​ຕອ​ນ​ເຊົ້າ​ວັນ​ທີ 2/2, ຢູ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ, ທ່ານ ພົນ​ໂທ ແສງນວນ ໄຊ​ຍະລາດ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ອະ​ດີດ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ຢູ່ ລາວ​ໂດຍ​ທ່ານ ພົນ​ຕີ ຫງວຽນ​ຕ໋ຽນ​ລອງ, ຮອງ​ຫົວ​ໜ້າ​ຄະ​ນະ​ຕິດ​ຕໍ່​ພົວ​ພັນທະ​ຫານ​ອາ​ສາ​ສະ​ໝັກ ແລະ ອະ​ດີດ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ຢູ່ ລາວ ເປັນ​ຫົວ​ໜ້າ​​ຄ​ະ​ນະພວມ​ມີ​ການ​ຢ້ຽມ​ຢາມ ລາວ ແຕ່​ວັນ​ທີ 31/1 ຫາ​ວັນ​ທີ 8/2 ຢ່າງ​ສະ​ເໜິດ​ສະໜົມ. ທ່ານ ພົນ​ໂທ ແສງນວນ ໄຊ​ຍະ​ລາດ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ, ເນັ້ນ​ໜັກ​ວ່າ: ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ ລາວ - ຫວຽດ​ນາມ ​ໃຫ້ນັບ​ມື້​ນັບ​ພັດ​ທະ​ນາ. ຕອນ​ບ່າຍ​ວັນ​ດຽວ​ກັນ, ຄະ​ນະ​ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ຮອງປະ​ທານ​ປະ​ເທດ ລາວ ​ບຸນ​ຍັງ ວໍ​ລະ​ຈິດ.


ຂ່າວ/ບົດ​ອື່ນ