ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ ສ.ປ.ຊ ກ່ຽວກັບການຮັກສາສັນຕິພາບ
ທ່ານພົນໂທຫງວຽນຈິ້ວິງ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຫວຽດນາມ ນຳໜ້າ ໄດ້ເຂົ້າຮ່ວມກອງປະຊຸມການນຳກະຊວງປ້ອງກັນປະເທດຂອງບັນດາປະ ເທດສະມາຊິກ ສ.ປ.ຊ ກ່ຽວກັບການຮັກສາສັນຕິພາບ ຊຶ່ງຖືກຈັດຂຶ້ນຢູ່ນິວຢອກປະເທດອາເມລິກາ |
(vovworld)- ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ນຳໂດຍທ່ານພົນໂທຫງວຽນຈິ້ວິງ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຫວຽດນາມ ນຳໜ້າ ໄດ້ເຂົ້າຮ່ວມກອງປະຊຸມການນຳກະຊວງປ້ອງກັນປະເທດຂອງບັນດາປະເທດສະມາຊິກ ສ.ປ.ຊ ກ່ຽວກັບການຮັກສາສັນຕິພາບ ຊຶ່ງຖືກຈັດຂຶ້ນຢູ່ນິວຢອກປະເທດອາເມລິກາໃນວັນທີ 27 ແລະ 28/3. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທຫງວຽນຈິ້ວິງ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຫວຽດນາມ ຢືນຢັນວ່າ ຫວຽດນາມຍາມໃດກໍມານະພະຍາຍາມປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ຄັດຄ້ານຄວາມອະທຳ ແລະ ການນຳໃຊ້ກຳລັງອາວຸດ, ຖືເອົາຜົນປະໂຫຍດຂອງປະຊາຄົມ ແລະ ກົດໝາຍສາກົນ ເປັນມາດຖານໃຫ້ແກ່ທຸກໆການກະທຳເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດ, ພ້ອມທັງ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບໃຫ້ແກ່ພາກພື້ນ ແລະ ໃນໂລກ.