(vovworld) - ໃນລະຫວ່າງວັນທີ 07 – 14 ກັນຍາ, ຄະນະສະມາຊິກລັດຖະສະພາ ແລະ ວິສາຫະກິດການາດາ ໂດຍທ່ານ Barry Devolin, ຮອງປະທານສະພາແຫ່ງຊາດ ການາດາ ນຳໜ້າ ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ໃນຂອບເຂດບັນດາການເຄື່ອນໄຫວຂອງຄະນະ, ຕອນບ່າຍວັນທີ 09 ກັນຍາ, ຄະນະໄດ້ມີການເຮັດວຽກກັບສະຫະສະມາຄົມບັນດາອົງການມິດຕະພາບຫວຽດນາມ. ທ່ານຮອງປະທານສະພາແຫ່ງຊາດ ການາດາ Barry Devolin ເນັ້ນໜັກເຖິງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດໃນຊຸມປີຜ່ານມາ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ, ໃນນັ້ນ ມີການປະກອບສ່ວນບໍ່ແມ່ນໜ້ອຍຂອງສະມາຄົມມິດຕະພາບການາດາ - ຫວຽດນາມ. ທ່ານ Barry Devolin, ຮອງປະທານສະພາແຫ່ງຊາດ ກ່າວວ່າ.
“ຄະນະຂອງພວກເຮົາມາຫວຽດນາມ ຄັ້ງນີ້ ລວມມີບັນດາສະມາຊິກລັດຖະສະພາການາດາ, ບັນດາວິສາຫະກິດການາດາ ແລະ ນະຄອນ Toronto. ຜ່ານການໄປຢ້ຽມຢາມຄັ້ງນີ້, ພວກຂ້າພະເຈົ້າປາດຖະໜາຢາກສ້າງການພົວພັນມິດຕະພາບຢ່າງຮັດແພ້ນກັບຫວຽດນາມ, ບັນດາອົງການມິດຕະພາບປະຊາຊົນຂອງຫວຽດນາມ. ຂ້າພະເຈົ້າຖືວ່າ ການຢ້ຽມຢາມຄັ້ງນີ້ ຈະນຳມາເຊິ່ງບັນດາປະສິດຜົນຢ່າງແທດຈິງ, ປະກອບສ່ວນເພີ່ມທະວີຄວາມສາມັກຄີລະຫວ່າງ 2 ປະເທດ, ສຳຄັນກວ່າແມ່ນສ້າງເງື່ອນໄຂເພື່ອຊອກຫາບັນດາກາລະໂອກາດລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ ໃຫ້ແກ່ວິສາຫະກິດການາດາ”.