ຄາດວ່າ ກອງປະຊຸມສະໄໝສາມັນເທື່ອທີ 57 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຈະໄຂຂຶ້ນໃນວັນທີ 14 ມິຖຸນາ
(VOVWORLD) - ວັນທີ 11 ມິຖຸນາ, ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ໄດ້ອອກແຈ້ງການສື່ມວນຊົນກ່ຽວກັບລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 57 ຂອງ ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ 14.
ກອງປະຊຸມສະໄໝສາມັນເທື່ອທີ 56 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ ຊຸດທີ 14 (ພາບ: TTXVN) |
ຕາມນັ້ນແລ້ວ, ນັບແຕ່ວັນທີ 14 – 15 ມິຖຸນາ 2021, ກອງປະຊຸມສະໄໝສາມັນເທື່ອທີ 57 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ ຈະຖືກຈັດຂຶ້ນຢູ່ ຫໍປະຊຸມສະພາແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຈະກ່າວຄຳເຫັນໄຂກອງປະຊຸມ ແລະ ຈະພ້ອມກັບບັນດາທ່ານຮອງປະທານສະພາແຫ່ງຊາດ ຈະຜັດປ່ຽນກັນຊີ້ນຳກອງປະຊຸມ.
ຕາມລາຍການແລ້ວ, ຄາດວ່າ ຄະນະປະຈຳສະພາແຫ່ງຊາດ ຈະດຳເນີນກອງປະຊຸມເພື່ອພິຈາລະນາ, ປະກອບຄຳເຫັນໃສ່ບັນດາເນື້ອໃນດັ່ງນີ້: ສະພາເລືອກຕັ້ງແຫ່ງຊາດ ລາຍງານສະຫຼຸບໃນເບື້ອງຕົ້ນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026; ປະກອບຄຳເຫັນກ່ຽວກັບ ໂຄງຮ່າງລາຍການສ້າງກົດໝາຍ, ລັດຖະບັນຍັດ ປີ 2022 ຂອງສະພາແຫ່ງຊາດ; ວຽກງານການກະກຽມໃຫ້ແກ່ກອງປະຊຸມຄັ້ງປະຖົມມະລຶກ ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15; ຄາດຄະເນລາຍການຕິດຕາມກວດກາຂອງ ສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ປີ 2022.