(VOVWORLD) -ຕອນຄ່ຳວັນທີ 24 ກັນຍາ, ຢູ່ແຂວງ ດົ່ງນາຍ, ໄດ້ໄຂງານວາງສະແດງພາບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມອາຊຽນ ຢູ່ດົ່ງນາຍ ປີ 2019.
ບັນດາຜູ້ແທນເຂົ້າຮ່ວມງານວາງສະແດງ
(ພາບ: TTXVN)
|
ງານວາງສະແດງມີພາບຖ່າຍປະມານ 300 ແຜ່ນ ແລະ ຮູບເງົາສາລະຄະດີ - ເອກະສານເກືອບ 60 ເລື່ອງ ໄດ້ແນະນຳເຖິງມະຫາຊົນ. ງານວາງສະແດງຄັ້ງນີ້ໄດ້ແບ່ງເປັນ 3 ຫົວຂໍ້ຕົ້ນຕໍຄື: ປະເທດຊາດ ແລະ ຊາວຫວຽດນາມ; ວຽກງານປົກປັກນັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາປະຊາຊາດໃນປະຊາຄົມອາຊຽນ. ພ້ອມນັ້ນແມ່ນການເຄື່ອນໄຫວສາຍຟິມຮູບເງົາສາລະຄະດີ ແລະ ເອກະສານ ກ່ຽວກັບປະຊາຄົມອາຊຽນ. ທ່ານ ຮ່ວາງວິ້ງບາວ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ, ໃຫ້ຮູ້ວ່າ.
“ລັດຖະບານຫວຽດນາມ ໄດ້ສ້າງລາຍການ, ຍຸດທະສາດເພື່ອໂຄສະນາໃຫ້ລາຍການນີ້. ງານວາງສະແດງແມ່ນເພື່ອຈຸດປະສົງເຮັດໃຫ້ປະຊາຊົນບັນດາປະເທດ, ພິເສດແມ່ນຫວຽດນາມ ມີຄວາມເຂົ້າໃຈກວ່າກ່ຽວກັບວັດທະນະທຳບັນດາປະຊາຊາດໃນປະຊາຄົມ, ມີຄວາມເຂົ້າໃຈກ່ຽວກັບນະໂຍບາຍ, ແຜນນະໂຍບາຍຂອງບັນດາປະເທດໃນປະຊາຄົມອາຊຽນ.”
ງານວາງສະແດງຈະເປີດປະຕູນັບແຕ່ນີ້ຮອດວັນທີ 27 ກັນຍາ ຈຶ່ງຈະອັດລົງ.