ງານວາງສະແດງ ພາບແຕ້ມຂອງອະດີດ ຈິດຕະກອນ Suzy Cohen
ພາບແຕ້ມຂອງຈິດຕະກອນ Suzy Cohen
(ພາບ: internet)
|
Vovworld- ງານວາງສະແດງພາບແຕ້ມຂອງອະດີດຈິດຕະກອນ Suzy Cohen ທີ່ມີຊື່ວ່າ “ຄວາມຮັກສີສັນ ” ໄດ້ຖືກໄຂຂຶ້ນຢູ່ນະຄອນຫຼວງ ປາຣີ ປະເທດ ຝະລັ່ງ ເພື່ອແນໃສ່ສ້າງຄັງສະໜັບສະໜູນຊ່ວຍເຫຼືອເດັກພິການ, ຜູ້ຮັບເຄາະຮ້າຍຈາກສານພິດສີສົ້ມ/ ດິໂອຊິນຫວຽດນາມ. ບັນດາພາບແຕ້ມຂອງ ຈິດຕະກອນ Suzy Cohen ທີ່ນຳມາວາງສະແດງທີ່ງານດັ່ງກ່າວ ໄດ້ສະແດງໃຫ້ເຫັນດ້ານສິລະປະ ທີ່ເປັນເອກະລັກສະເພາະ. ນັ້ນແມ່ນມີການນຳໃຊ້ໝາຍຈ້ຳນັບລ້ານໆໂດຍປະສົມ ຢ່າງກົມກ່ຽວກັບສີຫຼາກຫຼາຍທີ່ເໝາະສົມ ເພື່ອສ້າງໃຫ້ມີບັນດາພາບແຕ້ມທີ່ເປັນ ເອກະລັກສະເພາະກ່ຽວກັບມະນຸດ, ທິວທັດທຳມະຊາດ ແລະ ອື່ນໆ.
ຈິດຕະກອນ Suzy Cohen ໄດ້ເຖິງແກ່ມໍລະນະກຳເມື່ອວັນທີ 22/8/2011 ມີອາຍຸຍືນ 86 ປີ, ຈິດຕະກອນ Suzy Cohen ແມ່ນສະມາຊິກພັກກອມມູນິດຝະລັ່ງ ທີ່ຕັ້ງໜ້າຄັດຄ້ານສົງຄາມຮຸກຮານຫວຽດນາມກ່ອນນີ້ ແລະ ນາງໄດ່ເຂົ້າຮ່ວມ ບັນດາການເຄື່ອນໄຫວເພື່ອການກຸສົນຊ່ວຍເຫຼືອຫວຽດນາມ.