ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວຄຳເຫັນທີ່ພິທີ
(ພາບ: anninhthudo.vn)
|
(vovworld) - ວັນທີ 30/6, ຢູ່ນະຄອນ ຮືງອຽນ, ແຂວງ ຮືງອຽນ, ໄດ້ດຳເນີນງານໂຮມຊຸມນຸມສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດທ່ານເລຂາທິການໃຫຍ່ ຫງວຽນວັນລີງ ຢ່າງສົມກຽດ. ເຂົ້າຮ່ວມງານໂຮມຊຸມນຸມມີບັນດາການນຳພັກ, ລັດ, ແນວໂຮມປະເທດຊາດ ພ້ອມກັບບັນດາກະຊວງ, ຂະແໜງການສູນກາງ ແລະ ແຂວງ ຮືງອຽນ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ:
“ທີ່ໜຶ່ງແມ່ນ, ທ່ານເລຂາທິການໃຫຍ່ ຫງວຽນວັນລີງ ໄດ້ພ້ອມກັບພໍ່ແມ່ປະຊາຊົນພາກໃຕ້ເຄື່ອນໄຫວໃນການຕໍ່ຕ້ານອັນຍືດເຍື້ອຍາວນານ 2 ຄັ້ງຂອງປະເທດຊາດ. ທີ່ສອງແມ່ນທ່ານເລຂາທິການໃຫຍ່ ຫງວຽນວັນລີງ ໄດ້ພ້ອມກັບສູນກາງມີການປະກອບສ່ວນອັນໃຫຍ່ຫຼວງ ແລະ ສຳຄັນໃນພາລະກິດປ່ຽນໃໝ່ປະເທດຊາດ. ເມື່ອດຳລົງຕຳແໜ່ງແມ່ນເລຂາທິການໃຫຍ່ຜູ້ທຳອິດຂອງໄລຍະປ່ຽນໃໝ່, ທ່ານເລຂາທິການໃຫຍ່ ຫງວຽນວັນລີງ ໄດ້ພ້ອມກັບໝູ່ຄະນະກົມການເມືອງຄະນະບໍລິຫານງານສູນກາງພັກ ວາງ ແນວທາງປ່ຽນໃໝ່ຢ່າງຖືກຕ້ອງ, ມີຫົວຄິດປະດິດສ້າງ, ເໝາະສົມກັບສະພາບການຕົວຈິງຂອງ ຫວຽດນາມ, ບົນພື້ນຖານນັ້ນ, ໄດ້ຊີ້ນຳ, ນຳພາຢ່າງສະຫຼາດສ່ອງໄສ, ເປັນເຈົ້າການບັນຊາການປະຕິວັດຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ, ດຳເນີນພາລະກິດປ່ຽນໃໝ່ ແລະ ບັນລຸໄດ້ບັນດາໝາກຜົນສຳຄັນໃນເບື້ອງຕົ້ນ. ທີສາມແມ່ນ, ທ່ານເລຂາທິການໃຫຍ່ ຫງວຽນວັນລີງ ແມ່ນແບບຢ່າງທີ່ເຫຼື້ອມໄສກ່ຽວກັບຄຸນນະທາດຂອງນັກກອມມູນິດ ຫວຽດນາມ ຈົງຮັກພັກດີຕໍ່ປະເທດຊາດ, ມີຄວາມກະຕັນຍູຕໍ່ປະຊາຊົນ…”
ກ່ອນໜ້ານັ້ນ, ຕອນຄຳ່ວັນທີ 29/6, ຢູ່ນະຄອນ ຮືງອຽນ, ແຂວງ ຮືງອຽນ ໄດ້ດຳເນີນລາຍການສະແດງສິລະປະພິເສດລະດັບຊາດສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດທ່ານເລຂາທິການໃຫຍ່ ຫງວຽນວັນລີງ, ທີ່ມີຊື່ວ່າ “ຮືງອຽນ - ບົດເພງແຫ່ງຄວາມເອກອ້າງທະນົງໃຈ”. ລາຍການດ້ວຍບັນດາບົດເພງຍ້ອງຍໍຊົມເຊີຍແນວທາງທີ່ສະຫຼາດສ່ອງໄສຂອງພັກກອມມູນິດ ຫວຽດນາມ, ຍ້ອງຍໍຊົມເຊີຍມູນເຊື້ອອະລິຍາທຳ, ການປະຕິວັດຂອງເຂດດິນແດນ, ປະຊາຊົນ ຮືງອຽນ, ຍ້ອງຍໍຊົມເຊີຍທ່ານເລຂາທິການໃຫຍ່ ຫງວຽນວັນລີງ ດ້ວຍພາລະກິດປ່ຽນໃໝ່ປະເທດຊາດ ແລະ ຄວາມຮັກຂອງທ່ານເລຂາທິການໃຫຍ່ຕໍ່ບ້ານເກີດເມືອງນອນ ຮືງອຽນ.
ຕອນບ່າຍວັນທີ 29/6, ບັນດາການນຳພັກ, ລັດ ໄດ້ເຂົ້າຮ່ວມພິທີຖະຫວາຍທູບທຽນສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດທ່ານເລຂາທິການໃຫຍ່ ຫງວຽນວັນລີງ (1/7/1915 – 1/7/2015) ຢູ່ເຂດອະນຸສອນສະຖານຢູ່ບ້ານເກີດຂອງທ່ານແມ່ນໃນຕາແສງ ຢາຍຟ້າມ, ເມືອງ ອຽນໝີ້, ແຂວງ ຮືງອຽນ.