ຈຸດສຸມວຽກງານຂົນຂວາຍປະຊາຊົນປີ 2018 ແມ່ນຂົນຂວາຍປະຊາຊົນອຳນາດການປົກຄອງ

(VOVWORLD) -ຕອນເຊົ້າວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມທົ່ວປະເທດສະຫຼຸບວຽກງານຂົນຂວາຍປະຊາຊົນປີ 2017 ແລະ ຜັນຂະຫຍາຍວຽກງານປີ 2018.
ຈຸດສຸມວຽກງານຂົນຂວາຍປະຊາຊົນປີ 2018 ແມ່ນຂົນຂວາຍປະຊາຊົນອຳນາດການປົກຄອງ - ảnh 1 (ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມ)

ປີ 2017, ຂະແໜງຂົນຂວາຍປະຊາຊົນບັນລຸໄດ້ໝາກຜົນຢ່າງດີງາມ, ສິ່ງທີ່ໜ້າສົນໃຈແມ່ນເອົາໃຈໃສ່ເປັນພິເສດເຖິງວຽກງານໂຄສະນາ, ຂົນຂວາຍປະຊາຊົນໃນວິວັດການປະຕິບັດເສດຖະກິດ, ສັງຄົມ; ຜັນຂະຫຍາຍການປະຕິບັດນະໂຍບາຍໜູນຊ່ວຍຊີວິດສັງຄົມ, ໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດເປັນຢ່າງດີ…

        ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ໜ້າທີ່ທີ່ໄດ້ວາງອອກໃຫ້ປີ 2018 ຂອງຂະແໜງຂົນຂວາຍປະຊາຊົນແມ່ນໜັກໜ່ວງທີ່ສຸດ, ສະນັ້ນ ຄວນກຳນົດບັນດາການເຄື່ອນໄຫວຈຸດສຸມຂອງປີ 2018 ແມ່ນ “ປີຂົນຂວາຍປະຊາຊົນອຳນາດການປົກຄອງ”. ທ່ານນາຍົກລັດຖະມົນຕີສະເໜີວ່າ.

        “ຖືໝາກຜົນຮັບໃຊ້ປະຊາຊົນ, ຄວາມເພິ່ງພໍໃຈຂອງປະຊາຊົນເປັນເຄື່ອງວັດແທກ, ຮັກສາລະບຽບວິໄນຂອງລັດ ແຕ່ຕ້ອງເກ້ຍກອມປະຊາຊົນ. ວຽກງານກວດກາທາງລັດຖະການ, ປັບໄໝລົງໂທດບັນດາພະນັກງານ, ລັດຖະກອນທີ່ສວຍໃຊ້ສິດອຳນາດ, ສໍ້ຫຼາດບັງຫຼວງ, ຟຸມເຟື້ອຍກໍ່ຄວາມຫຍຸ້ງຍາກໃຫ້ປະຊາຊົນ ແມ່ນຕ້ອງປະຕິບັດຢ່າງເດັດຂາດໃນໄລຍະປະຈຸບັນ.”

ຕອບກັບ

ຂ່າວ/ບົດ​ອື່ນ