ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຄ້າຈີນ ຈຸງຊານ (ເບື່ອງຊ້າຍ)ທີ່ກອງປະຊຸມຂ່າວ |
(vovworld)- ຈີນພ້ອມແລ້ວເປີດກ້ວາງຕະຫຼາດນຳເຂົ້າຜະລິດຕະພັນກະເສດຂອງຫວຽດນາມ. ນີ້ແທ່ນຄຳຢືນຢັນຂອງທ່ານລັດຖະມົນຕີຊ່ວຍວ່າການກະຊວງການຄ້າຈີນ ຈຸງຊານ ທີ່ກອງປະຊຸມຂ່າວ ຊຶ່ງຈັດຂຶ້ນໃນວັນທີ 18/7 ຢູ່ຮ່າໂນ້ຍ. ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຄ້າຈີນ ຈຸງຊານເນັ້ນໜັກວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງ 2 ປະເທດຍັງໃຫຍ່ຫຼວງຢູ່. ຈີນພ້ອມແລ້ວໃຫ້ການຮ່ວມມືກັບຫວຽດນາມເພື່ອເປີດກ້ວາງບັນດາຂົງເຂດ ແລະ ຂອບຂະໜາດຮ່ວມມືຕື່ມອີກ, ພ້ອມແລ້ວເປີດກ້ວາງຕະຫຼາດນຳເຂົ້າຜະລິດຕະພັນກະເສດຂອງຫວຽດນາມ ແລະ ບັນດາຜະລິດຕະພັນອື່ນທີ່ມີກຳລັງແກ່ງແຍ້ງຂອງຫວຽດນາມ.