(ພາບປະກອບ)
(vovworld)- ທີ່ການຕ້ອນຮັບທ່ານ Peter Shumlin ຜູ້ວ່າການລັດ Vermont ປະເທດອາເມລິກາ ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານເລຮ່ວາງກວນ, ປະທານຄະນະກຳມະການ ປຊຊ ນະຄອນໂຮ່ຈິມິນ ເນັ້ນໜັກວ່າ, ດ້ວຍທ່າແຮງດ້ານການຜະລິດກະສິກຳ ແລະ ຂົງເຂດເຕັກໂນໂລຊີສູງໃນກະສິກຳ, ລັດ Vermont ສາມາດຍູ້ແຮງການຮ່ວມມືກັບນະຄອນໂຮ່ຈິມິນ ໃນຂົງເຂດກະສິກຳ ກໍ່ຄືແລກປ່ຽນ, ຊອກຮູ້ການຮ່ວມມືລົງທືນໃນບັນດາຂົງເຂດອື່ນຄື: ວິທະຍາສາດເຕັກໂນໂລຊີ, ວັດທະນະທຳ, ສັງຄົມ….ສ່ວນທ່ານ Peter Shumlin ຜູ້ວ່າການລັດ Vermont ໃຫ້ຮູ້ວ່າ: ການຢ້ຽມຢາມຫວຽດນາມ ຂອງຄະນະຄັ້ງນີ້ ເພື່ອແນໃສ່ຈຸດປະສົງແນະນຳບັນດານະໂຍບາຍໃຫ້ບຸລິມະສິດໃນບັນຫາເຂົ້າຢູ່ອາໄສ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ນັກທຸລະກິດ, ນັກຮຽນ, ນັກສຶກສາຫວຽດນາມ ກໍ່ຄື ນະຄອນໂຮ່ຈິມິນມາຮ່ວມມືລົງທຶນ, ທຳມາຄ້າຂາຍ, ເຮັດວຽກ ແລະ ຮ່ຳຮຽນ ຢູ່ລັດ Vermont.