(vovworld) - ວັນທີ 29/11, ທູດພິເສດລວມຂອງສະຫະປະຊາຊາດ ແລະ ສະຫະພັນອາຣັບ (AL) ທ່ານ Lakhdar Brahimi ໃຫ້ຮູ້ວ່າ, ສະພາບການຢູ່ຊີຣີ “ພວມນັບມື້ນັບຊົ່ວຮ້າຍລົງ” ແລະ ຕ້ອງການມີກຳລັງທະຫານຮັກສາສັນຕິພາບເພື່ອຮັບປະກັນຄຳສັ່ງຢຸດຍິງຢູ່ນີ້. ລາຍງານຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດ, ທູດພິເສດ Brahimi ຊີ້ແຈ້ງວ່າ, ບັນດາຝ່າຍຢູ່ຊີຣີ ບໍ່ມີມາດຕະການແກ້ໄຂວິກິດການການເມືອງໃນປະຈຸບັນ. ໃນຂະນະນັ້ນ, ປະຊາຄົມພາກພື້ນກໍ່ບໍ່ມີຄວາມສາມາດຢ່າງພຽງພໍ ເພື່ອຊຸກຍູ້ມາດຕະການສັນຕິພາບໃຫ້ແກ່ປະເທດນີ້. ທ່ານ Brahimi ຖືວ່າ ມາດຕະການສັນຕິພາບພຽງເລີ່ມມາຈາກສະພາຄວາມໝັ້ນຄົງສະຫະປະຊາຊາດ ໂດຍຜ່ານມະຕິທີ່ຮຽກຮ້ອງໃຫ້ສ້າງຕັ້ງລັດຖະບານຂ້າມຜ່ານ ເພື່ອແນໃສ່ຢຸດຕິການນອງເລືອດຢູ່ຊີຣີ ເທົ່ານັ້ນ.