(vovworld) - ຊອກຫາກາລະໂອກາດຮ່ວມມືລະຫວ່າງບັນດາວິສາຫະກິດເສດຖະກິດປ້ອງກັນຊາດຫວຽດນາມ ແລະ ຝລັ່ງ ແມ່ນເນື້ອໃນຂອງການພົບປະລະຫວ່າງບັນດາວິສາຫະກິດຫວຽດນາມ - ຝລັ່ງ ໂດຍທູດການຄ້າຫວຽດນາມ ປະຈຳຝລັ່ງ, ສົມທົບກັບສຳນັກງານອຳນາດການປົກຄອງນະຄອນ Neuilly Sur Seine ຈັດຕັ້ງເມື່ອວັນທີ່ 22/05. ກ່າວຄຳເຫັນທີ່ການພົບປະ, ເຈົ້າຄອງນະຄອນ Neuilly Sur Seine ແລະ ເອກອັກຄະລັດຖະທູດຫວຽດນາມ ປະຈຳຝລັ່ງ ເຢືອງຈິ໋ຢຸງ ລ້ວນແຕ່ຢືນຢັນວ່າ ການພົວພັນລະຫວ່າງ 2 ປະເທດພວມພັດທະນາຢ່າງແຮງ ແລະ ມີບັນດາກາລະໂອກາດທີ່ໃຫຍ່ຫຼວງເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດປ້ອງກັນຊາດ. ກ່ຽວກັບຈຸດປະສົງຂອງການໄປປະຕິບັດງານຢູ່ ສ.ຝລັ່ງ, ພົນຈັດຕະວາ ເຈີນຈູງຕິ໋ນ, ຫົວໜ້າກົມເສດຖະກິດກະຊວງປ້ອງກັນປະເທດຫວຽດນາມ ຜູ້ນຳໜ້າຄະນະຜູ້ແທນຫວຽດນາມ ໃຫ້ຮູ້ວ່າ.
“ນີ້ເປັນຄັ້ງທຳອິດທີ່ບັນດາວິສາຫະກິດກອງທັບຫວຽດນາມ ໄປຍັງຕະຫຼາດຝລັ່ງ ແລະ ການຢ້ຽມຢາມຄັ້ງນີ້ ແມ່ນນອນໃນໂຄງການສົ່ງເສີມການຄ້າແຫ່ງຊາດ. ຈຸດປະສົງຂອງການຢ້ຽມຢາມນີ້ແມ່ນເປີດກວ້າງຕະຫຼາດ, ຊອກຫາບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົມຊ້ອນໃຫ້ແກ່ບັນດາວິສາຫະກິດຂອງຫວຽດນາມ. ຂ້າພະເຈົ້າຄິດວ່າ ບັນດາວິສາຫະກິດຝລັ່ງ ມີຄວາມສົນໃຈເຖິງບັນດາວິສາຫະກິດເສດຖະກິດປ້ອງກັນຊາດຫວຽດນາມທີ່ສຸດ”.