ບັນຍາກາດຕ້ອນຮັບວັນບຸນຄຼິດສະມາດຢູ່ຮ່າໂນ້ຍ
ພາບ:vietnamnet.vn
|
(vovworld)- ຕອນຄ່ຳວັນທີ 24/12, ຊາວຄຼິດກວ່າ 230.000 ຄົນ ຂຶ້ນກັບເຂດຊາວຄິຼດ 85 ແຫ່ງ ຢູ່ ຮ່າໂນ້ຍ ໄດ້ຈັດພິທີຕ້ອນຮັບວັນບຸນຄຼິດສະມາດຢ່າງເບີກບານມ່ວນຊື່ນ. ຢູ່ບັນດາໂບດ, ຫໍແຈກຂອງປະຊາຊົນຊາວຄຼິດ ແລະ ບັນດາຖະຫນົນໃຈກາງນະຄອນ ລ້ວນແຕ່ໄດ້ຮັບການປະດັບປະດາດ້ວຍໂຄມໄຟ, ດອກໄມ້, ໃບໄມ້ທີ່ມີສີສັນຫລາກຫລາຍ …ຢ່າງສວຍງາມ. ນາງ ຫງວຽນທິທູຮ່ວຽນ, ຊາວ ນະຄອນຫລວງຮ່າໂນ້ຍ ແບ່ງປັນວ່າ:
“ຂ້າພະເຈົ້າຮູ້ສຶກເບີກບານມ່ວນຊື່ນທີ່ສຸດ. ຂ້າພະເຈົ້າເຫັນວ່າ ຢູ່ຮ້ານ ກາເຟຕະລອດຮອດຮ້ານອາຫານ, ຮ້ານຄ້າ, ຖະຫນົນສາຍຕ່າງໆ ລ້ວນແຕ່ໄດ້ຮັບການປະດັບປະດາຢ່າງສວຍງາມ ແລະ ເປັນເອກະລັກສະເພາະຂອງວັນບຸນ ຄຼິດສະມາດ.”
ພ້ອມກັບປະຊາຊົນໃນທົ່ວປະເທດ, ຕອນຄ່ຳວັນດຽວກັນ, ຊາວນະຄອນ ໂຮ່ຈິມີນ ກໍໄດ້ຕ້ອນຮັບວັນບຸນຄຼິດສະມາດຢ່າງເບີກບານມ່ວນຊື່ນ. ບໍ່ພຽງແຕ່ຢູ່ໃຈກາງນະຄອນ ຫາກບັນຍາກາດຕ້ອນຮັບວັນບຸນຄຼິດສະມາດຢູ່ບັນດາເມືອງຄື ຖູດືກ, ເມືອງ ເຕີນຟູ, ກໍເວີບ, ເມືອງ 8 ຊື່ງແມ່ນບັນດາສະຖານທີ່ມີຊາວຄຼິດ ດຳລົງຊີວິດເປັນຈຳນວນຫລວງຫລາຍ ກໍຟົດຟື້ນມ່ວນຊື່ນ. ເຂົ້າຮ່ວມບັນຍາກາດຕ້ອນຮັບວັນບຸນຄຼິດສະມາດຢູ່ນະຄອນ ໂຮ່ຈິມີນ, ນາງ Julia Backer, ນັກທ່ອງທ່ຽວມາຈາກ ການາດາ ເວົ້າວ່າ:
“ນີ້ເປັນຄັ້ງທຳອິດຂ້າພະເຈົ້າມາຢ້ຽມຢາມຫວຽດນາມ. ວັນບຸນຄຼິດສະມາດຢູ່ທີ່ນີ້ໄດ້ສ້າງຄວາມປະທັບໃຈຫລາຍ. ຊາວນະຄອນ ກໍຄືຖະຫນົນຫົນທາງຢູ່ນະຄອນ ໂຮ່ຈີມີນ ແມ່ນຟົດຟື້ນທີ່ສຸດ. ຂ້າພະເຈົ້າຢາກຍ່າງເລາະຫລິ້ນຢູ່ຖະຫນົນສາຍຕ່າງໆ ແລະ ເຊື່ອມຕົວກັບທຸກຄົນ. ຂໍອວຍພອນໃຫ້ທຸກຄົນຈົ່ງມີສຸຂະພາບເຂັ້ມແຂງ ແລະ ຄວາມຜາສຸກຕະຫລອດການ.”
ແລະ ກໍໃນຕອນຄ່່ຳວັນດຽວກັນ, ຊາວຄຼິດ ຢູ່ ບັນດາແຂວງ ຄື ນີງບີງ, ກອນຕູມ, ດົງນາຍ ກໍໄດ້ຈັດການເຄື່ອນໄຫວຫລາຍຢ່າງເພື່ອຕ້ອນຮັບວັນບຸນຄຼິດສະມາດຢ່າງເບີກບານມ່ວນຊື່ນ.
ກໍເຊັ່ນດຽວກັນກັບຫວຽດນາມ, ບັນຍາກາດຕ້ອນຮັບວັນບຸນຄຼິດສະມາດຢູ່ຫລາຍປະເທດກໍໄດ້ຈັດຂຶ້ນຢ່າງຟົດຟື້ນ. ໃນສານອວຍພອນວັນບຸນຄຼິສະມາດ ສົ່ງເຖິງປະຊາຄົມຊາວຄິດສ່ວນຫນ້ອຍຢູ່ ຕາເວັນອອກກາງ, ສັນຕະປາປາ Francis ໄດ້ຮຽກຮ້ອງເຂົາເຈົ້າ ຈົ່ງມີຄວາມໄວ້ເນື້ອເຊື່ອໃຈ ແລະ ບໍ່ຢ້ານກົວຕໍ່ການກະທຳຂອງອົງການກໍ່ການຮ້າຍ. ສັນຕະປາປາ ປາດຖະຫນາຢາກໃຫ້ເຂົາເຈົ້າຊຸກຍູ້ສັນຕິພາບໃນພາກພື້ນ. ສ່ວນປະທານາທິບໍດີ ປາແລດສະຕີນ Mahmud Abbas ໄດ້ສົ່ງສານພິເສດເຖິງທົ່ວໂລກ, ໃນນັ້ນ ຮຽກຮ້ອງຄວາມຍຸຕິທຳໃຫ້ແກ່ປະຊາຊົນ ປາແລດສະຕີນ ຕໍ່ຫນ້າການຢືດຄອງຂອງອິດສະຣາແອນທີ່ແກ່ຍາວໃນຫລາຍທົດສະວັດຜ່ານມາ.