(vovworld)- ວັນທີ 18/2 ກົງກັບວັນທີ 30 ບຸນເຕັດ, ອາກາດຢູ່ເຂດພູສູງ ອຽນບ້ານ ມີຄວາມອົບອຸ່ນ, ອຳນວຍຄວາມສະດວກໃຫ້ປະຊາຊົນໄປຊື້ເຄື່ອງຂອງໃນໂອກາດບຸນເຕັດ. ປ້າລໍ່ທິແອ້ມ ອາຍຸ 70 ປີ ຊາວເຜົ່າຜູ້ໄທໃຫ້ຮູ້ວ່າ :
“ ໄປຕະຫຼາດຍາມທ້າຍປີ, ແມ່ນຕ້ອງຊື້ທຸກສິ່ງທຸກຢ່າງ ເຊັ່ນ : ທູບ, ທຽນ, ເຂົ້າໜົມ, ດອກໄມ້ ເພື່ອຖະຫວາຍບູຊາປູຍ່າຕາຍາຍ, ບັນພະບຸລຸດ ເພື່ອຊ່ວຍໃຫ້ລູກຫຼານມີສຸຂະພາບ, ທຳມາຫາກິນໄດ້ດີ ”
ບັນດາຄອບຄົວຊາວເຜົ່າມົ້ງທີ່ໝູ່ກັງຈາຍຫຼື ຈ້າມເຕົ້າ ລ້ວນແຕ່ປະດັບປະດາເຮືອນຊານໃຫ້ສວຍງາມ, ຊື້ເຄື່ອງຂອງຄົບທຸກຢ່າງເພື່ອທຳພິທີ ບູຊາປູຍ່າຕາຍາຍ, ບັນພະບຸລຸດ. ສຳລັບບັນດາຄອບຄົວຊາວເຜົ່າຜູ້ໄທ, ຢູ່ເຮືອນຫຼັງໃດກໍແຂວງທຸງຊາດ, ກະກຽມແທ່ນບູຊາ ບູຊາປູຍ່າຕາຍາຍ, ບັນພະບຸລຸດ. ອ້າຍລໍ່ວັນຊວນ ຢູ່ບ້ານຈາວ, ຕາແສງ ເງັ້ຍເຫຼີ້ຍ ເທດສະບານ ເງັ້ຍໂລ້ ໃຫ້ຮູ້ວ່າ :
“ ໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ພາຍຫຼັງທຳພິທີບູຊາປູຍ່າຕາຍາຍ, ບັນພະບຸລຸດ, ລູກຫຼານໄດ້ມາເຕົ້າໂຮມຄອບຄົວ, ອວຍພອນປູຍ່າຕາຍາຍມີຂຸຂະພາບແຂງແຮງ, ສ່ວນປູຍ່າຕາຍາຍ, ບັນພະບຸລຸດກໍອວຍພອນລູກຫຼານຮຽນເກັ່ງ ”
ໃນຂະນະນັ້ນ, ຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຢູ່ແຂວງ ເງະອານໄດ້ຖືກຈັດຂຶ້ນແຕ່ວັນທີ 20 ໂມງ 30ນາທີ ຂຶອງວັນທີ 18/2 ຢູ່ສະໜາມຫຼວງໂຮ່ຈິມິນ ທີ່ນະຄອນວິງ ດ້ວຍການເຄື່ອນໄຫວຫຼາຍຢ່າງ. ທ່ານຝ້າມຕ້ຽນຢຸງ ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ເງະອານ ໃຫ້ຮູ້ວ່າ :
“ ໃນຄ່ຳຄືນ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ປີນີ້, ນອກຈາກລາຍການຊົມເຊີຍພັກ, ຕ້ອນຮັບລະດູບານໃໝ່ແລ້ວ, ທາງ ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ເງະອານກໍຈັດຕັ້ງໂຄສະນາກ່ຽວກັບເຫດການສິລະປະຂັບຫວີ, ຢ້ຳເງະຕິ້ງຂອງ 2 ແຂວງເງະອານ ແລະ ຮ່າຕິ້ງ ຫາກໍໄດ້ຮັບການຮັບຮອງຈາກອົງການ UNESCO ແມ່ນມໍລະດົກວັດທະນະທຳຂອງມວນມະນຸດ. ໃນຄ່ຳຄືນ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ກໍຍັງຈັດການເຄື່ອນໄຫວລະຫຼິ້ນຕ້ອນຮັບປີໃໝ່ທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງທ້ອງຖິ່ນອີກດ້ວຍ ”