ຍົກສູງຄຸນນະພາບການ ເຄື່ອນໄຫວຕິດຕາມ ກວດກາຂອງສະພາ ແຫ່ງຊາດ Dinh Thieu -   ວັນພະຫັດ ທີ 8 ສິງຫາ ຄ.ສ. 2013 | 17:45:07 (ພາບ: baohaiquan.vn) (vovworld)- ຕອນເຊົ້າວັນທີ 8/8, ຢູ່ນະຄອນດ່ານັງ, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ຈັດກອງປະຊຸມສະຫລຸບ 10 ປີແຫ່ງການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ຕາມກົດໝາຍວ່າດ້ວຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດປີ 2003. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮິງຫງອກເຊີນ ຮອງປະທານສະພາແຫ່ງຊາດໄດ້ຕີລາຄາວ່າ, ຜ່ານການຜັນຂະຫຍາຍກົດໝາຍມາເປັນເວລາ 10 ປີ, ຕໍ່ໜ້າບັນດາການປ່ຽນແປງ, ຄວາມຮຽກຮ້ອງຕົວຈິງ, ຕອບສະໜອງສະພາບການໃໝ່, ເຖິງເວລາແລ້ວທີ່ຈະຕ້ອງການສະຫລຸບຕີລາຄາຢ່າງຮອບດ້ານກ່ຽວກັບການປະຕິບັດກົດໝາຍວ່າດ້ວຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດປີ 2003. ຈາກນັ້ນຈະມີພື້ນຖານເພື່ອສ້າງລະບົບກົດໝາຍສຳເລັດ, ຮັບປະກັນໃຫ້ການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດໃຫ້ບັນລຸປະສິດທິຜົນສູງກ່ວາ: “ຂ້າພະເຈົ້າສະເໜີໃຫ້ສຸມໃສ່ປຶກສາຫາລື ໃຫ້ຄຳເຫັນກ່ຽວກັບການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ. ບັນດາຂໍ້ສະເໜີ, ຕີລາຄາຕ້ອງເລີ່ມຈາກຕົວຈິງພາວະວິໄສໃນການເຄື່ອນໄຫວຕິດຕາມກວດກາ, ພ້ອມທັງຕິດພັນກັບຄວາມຮຽກຮ້ອງທີ່ວາງອອກໃນການປ່ຽນໃໝ່ການເຄື່ອນໄຫວຂອງສະພາແຫ່ງຊາດ ກໍ່ຄືຄວາມຮຽກຮ້ອງພາວະວິໄສຂອງຊີວິດ ແລະ ສະພາບຕົວຈິງຂອງປະເທດຊາດ “. Dinh Thieu Tag ຄິດຕາມກວດກາ ຂ່າວ/ບົດອື່ນ ວັນບຸນ ຊາວໜຸ່ມ ຫວຽດນາມ - ລາວ ເຕັມໄປດ້ວຍຄວາມສາມັກຄີ ບັນດາປະເທດ ອາຊີ - ປາຊີຟິກ ແລະ NATO ເພີ່ມທະວີການຮ່ວມມືຕ້ານຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງ ການນຳພັກແຮງງານ ທ່ານ Keir Starmer ກາຍເປັນນາຍົກລັດຖະມົນຕີຄົນໃໝ່ຂອງອັງກິດ ການເລືອກຕັ້ງປະທານາທິບໍດີ ອິີຣານ: ຜູ້ສະໝັກເລືອກຕັ້ງຕາມແນວທາງປະຕິຮູບ Masoud Peshikian ຍາດໄດ້ໄຊຊະນະ
ບັນດາປະເທດ ອາຊີ - ປາຊີຟິກ ແລະ NATO ເພີ່ມທະວີການຮ່ວມມືຕ້ານຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງ
ການເລືອກຕັ້ງປະທານາທິບໍດີ ອິີຣານ: ຜູ້ສະໝັກເລືອກຕັ້ງຕາມແນວທາງປະຕິຮູບ Masoud Peshikian ຍາດໄດ້ໄຊຊະນະ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບການນຳບັນດາກຸ່ມບໍລິສັດແຖວໜ້າ ສ.ເກົາຫຼີ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ