ຍີ່ປຸ່ນເຊື່ອໝັ້ນວ່າ ຫວຽດນາມ ຈະມີການປະກອບສ່ວນທີ່ດີໃຫ້ແກ່ສະພາຄວາມໝັ້ນຄົງສະຫະປະຊາຊາດ
(VOVWORLD) - ທ່ານກໍ່ຢັ້ງຢືນວ່າ ຫວຽດນາມ ແມ່ນເພື່ອນມິດທີ່ໃກ້ຊິດ ແລະ ມີຄວາມສຳຄັນທີ່ສຸດສຳລັບຍີ່ປຸ່ນ ແລະ ສອງປະເທດຍັງແມ່ນຄູ່ຮ່ວມມືຍຸດທະສາດອີກດ້ວຍ. ເພາະສະນັ້ນ, ສອງຝ່າຍລ້ວນແຕ່ຢາກຊ່ວຍເຫຼືອ, ສະໜັບສະໜຸນກັນໃນບັນດາບັນຫາສາກົນ.
ທ່ານ Koro Bessho, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຍີ່ປຸ່ນ ປະຈຳ ສະຫະປະຊາຊາດ (ພາບ:gettyimage) |
ວັນທີ 3 ມິຖຸນາ, ນັກຂ່າວ ສຳນັກຂ່າວສານ ຫວຽດນາມ ໄດ້ສຳພາດທ່ານ Koro Bessho, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຍີ່ປຸ່ນ ປະຈຳ ສະຫະປະຊາຊາດກ່ຽວກັບບັນດາບົດຮຽນຂອງຍີ່ປຸ່ນໃນການແກ້ໄຂບັນດາສິ່ງທ້າທາຍໃນຊຸມປີທີ່ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ກໍ່ຄືແງ່ຫວັງຂອງຍີ່ປຸ່ນ ແລະ ບັນດາປະເທດ ອາຊີ ສຳລັບ ຫວຽດນາມ ຖ້າຫາກວ່າ ຫວຽດນາມໄດ້ຮັບດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດພາຍຫຼັງການປ່ອນບັດໃນວັນທີ 7 ມິຖຸນາ ຈະມາເຖິງ.
ທ່ານ Koro Bessho ໃຫ້ຮູ້ວ່າ ທ່ານເຊື່ອໝັ້ນຢ່າງແນວແນ່ວ່າ ຫວຽດນາມຈະໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ. ທ່ານກໍ່ຢັ້ງຢືນວ່າ ຫວຽດນາມ ແມ່ນເພື່ອນມິດທີ່ໃກ້ຊິດສະໜິດສະໜົມ ແລະ ມີຄວາມສຳຄັນທີ່ສຸດສຳລັບຍີ່ປຸ່ນ ແລະ ສອງປະເທດຍັງແມ່ນຄູ່ຮ່ວມມືຍຸດທະສາດອີກດ້ວຍ. ເພາະສະນັ້ນ, ສອງຝ່າຍລ້ວນແຕ່ຢາກຊ່ວຍເຫຼືອ, ໜູນຊ່ວຍເຊິ່ງກັນແລະກັນພິເສດໃນບັນດາບັນຫາສາກົນ.