ຍີ່ປຸ່ນແລະອາເມລິກາຊອກຫາບັນດາມາດຕະການແຮງທີ່ສຸດເພື່ອຮັບມືຕໍ່ສປປ.ເກົາຫຼີ
ເຂດທົດລອງນິວຄະເລຍຂອງ ສປປ.ເກົາຫຼີ
(ພາບ: TTXVN)
(vovworld) - ວັນທີ 11/09, ທູດພິເສດແຖວໜ້າຂອງ ຍີ່ປຸ່ນ ແລະ ອາເມລິກາ ກ່ຽວກັບ ສປປ.ເກົາຫຼີ ໄດ້ເຫັນດີເປັນເອກະພາບຊອກຫາ “ບັນດາມາດຕະການແຮງທີ່ສຸດທີ່ສາມາດເປັນໄປໄດ້” ເພື່ອເລັ່ງໃສ່ ສປປ.ເກົາຫຼີ, ພາຍຫລັງ ພຽງຢາງ ຖະແຫຼງດຳເນີນເຫດທົດລອງນິວຄະເລຍຄັ້ງທີ 5 ໂດຍບໍ່ຫົວຊາການຄັດຄ້ານຂອງປະຊາຄົມສາກົນເປັນເວລາ 2 ວັນ.
ເມື່ອຕອບສຳພາດຕໍ່ວົງການນັກຂ່າວ ພາຍຫລັງການພົບປະກັບທ່ານ Kenji Kanasugi ຫົວໜ້າກົມອາຊີ - ມະຫາສະໝຸດຂຶ້ນກັບກະຊວງການຕ່າງປະເທດ ຍີ່ປຸ່ນ ຢູ່ນະຄອນຫລວງ ໂຕກຽວ, ທູດພິເສດ ອາເມລິກາ ກ່ຽວກັບນະໂຍບາຍ ສປປ.ເກົາຫຼີ Sung Kim ໃຫ້ຮູ້ວ່າ: 2 ຝ່າຍຈະຮ່ວມມືຢ່າງແໜ້ນແຟ້ນເຊິ່ງກັນ ແລະ ກັນຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ເພື່ອຍົກອອກບັນດາມາດຕະການແຮງທີ່ສຸດທີ່ສາມາດເປັນໄປໄດ້ ເພື່ອເລັ່ງໃສ່ບັນດາການກະທຳຂອງ ສປປ.ເກົາຫຼີ. ທ່ານ Kim ຍັງບໍ່ທັນແຈ້ງລະອຽດບັນດາມາດຕະການນີ້ ແມ່ນຫຍັງ ແຕ່ຮັບປະກັນວ່າ ຍີ່ປຸ່ນ ແລະ ອາເມລິກາ ຈະພິຈາລະນາບັນດາມາດຕະການຝ່າຍດຽວ, 2 ຝ່າຍ ກໍ່ຄືຮ່ວມມື 3 ຝ່າຍກັບ ສ.ເກົາຫຼີ ເພື່ອຮັບມືກັບ “ການກະທຳຂອງ ສປປ.ເກົາຫຼີ”.