ພາບປະກອບ
|
(vovworld) – ຕອນເຊົ້າວັນທີ 7/3, ຢູ່ນະຄອນ ເກີນເທີ, ຄະນະຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມຕິດຕາມກວດກາກ່ຽວກັບປະສິດທິຜົນຂອງການປະຕິບັດນະໂຍບາຍ, ກົດໝາຍ ແລະ ພັດທະນາວິທະຍາສາດເຕັກໂນໂລຢີເພື່ອແນໃສ່ຊຸກຍູ້ການຫັນປະເທດເປັນອຸດສາຫະກຳ, ທັນສະໄໝໄລຍະ 2005 – 2015 ແລະ ກຳນົດທິດພັດທະນາໃນໄລຍະໃໝ່. ຈຸດໝາຍຂອງການຕິດຕາມກວດກາໃນຄັ້ງນີ້ແມ່ນແນໃສ່ສຸມໃສ່ຕີລາຄາບັນດາໝາກຜົນທີ່ບັນລຸໄດ້, ບັນດາສິ່ງຍັງຄົງຄ້າງ, ສິ່ງຈຳກັດ ແລະ ສາຍເຫດ ສຳລັບການປະກາດໃຊ້ ແລະ ປະຕິບັດນະໂຍບາຍກົດໝາຍກ່ຽວກັບການພັດທະນາວິທະຍາສາດ ແລະ ເຕັກໂນໂລຢີເພື່ອແນໃສ່ຊຸກຍູ້ການຫັນປະເທດເປັນອຸດສາຫະກຳ, ທັນສະໄໝໄລຍະ 2005 – 2015. ທ່ານ ຟານຊວນຢູ້ງ, ຫົວໜ້າກຳມາທິການວິທະຍາສາດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມ, ຖືວ່າ: ໃນໄລຍະແຕ່ປີ 2015 – 2020, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຈະສືບຕໍ່ເປັນເສນາທິການເພື່ອແນໃສ່ປັບປຸງ, ຫັນບັນດາເອກະສານຄຸ້ມຄອງການເຄື່ອນໄຫວວິທະຍາສາດ ແລະ ເຕັກໂນໂລຢີຢູ່ທ້ອງຖິ່ນເປັນລະອຽດ, ເພີ່ມທະວີບັນດາການເຄື່ອນໄຫວຄົ້ນຄ້ວາຜັນຂະຫຍາຍ, ເອົາໃຈໃສ່ພັດທະນາແຫຼ່ງກຳລັງ.