ປະຊາຊົນຕວກກີ ປິດລ້ອມລົດຖັງຂອງກຸ່ມລັດຖະປະຫານ
ພາບ: Reuters
|
(vovworld)- ຕາມແຫລ່ງຂ່າວລ້າສຸດ, ຜູ້ບັນຊາການກຳລັງຫນ້າທີ່ພິເສດ ຕວກກີ ຫາກໍຖະແຫລງທາງໂທລະພາບ NTV ວ່າ ກຳລັງດັ່ງກ່າວ ໄດ້ຄວບຄຸມສະພາບການ ແລະ ການລັດຖະປະຫານການເມືອງຖືກທັບມ້າງ. ວັນທີ16/7, ຊ່ອງໂທລະພາບ CNN ພາກພາສາ ຕວກກີ ໄດ້ໃຫ້ຂ່າວວ່າ ມີພົນທະຫານ 50 ຄົນທີ່ເຂົ້າຮ່ວມການລັດຖະປະຫານ ໄດ້ ຍອມຈຳນົນກຳລັງທະຫານລັດຖະບານ ຢູ່ ຂົວ Bosphorus ນະຄອນ Istanbul. ໃນຂະນະນັ້ນ ກຳລັງທະຫານລັດຖະບານ ໄດ້ເລີ່ມດຳເນີນບັນດາການບຸກໂຈມຕີທາງອາກາດເລັ່ງໃສ່ລົດຖັງທີ່ພວມຢູ່ນອກອາຄານປະທານາທິບໍດີ ຢູ່ ນະຄອນຫລວງ Ankara. ຕາມກະຊວງຍຸຕິທຳ ຕວກກີ ແລ້ວ, ມີ 336 ຄົນຖືກກັກຂັງ ແມ່ນກ່ຽວຂ້ອງເຖິງເຫດລັດຖະປະຫານ. ປະທານາທິບໍດີ ຕວກກີ Tayip Erdogan ໄດ້ຮຽກຮ້ອງບັນດາຜູ້ສະຫນັບສະຫນູນຕົນບໍ່ຄວນອອກຈາກບັນດາສະຫນາມຫລວງຈົນເຖິງສະພາບຄວາມສະຫງົບໄດ້ກັບຄືນສູ່ເປັນປົກກະຕິ.