ຕວກກີຢັ້ງຢືນເປົ້າໝາຍຍຸດທະສາດເຂົ້າເປັນສະມາຊິກອີຢູ
ທ່ານປະທານາທິບໍດີ ຕວກກີ Tayyip Erdogan
(ພາບອິນເຕີແນັດ)
(vovworld) - ເຂົ້າເປັນສະມາຊິກສະຫະພາບ ເອີລົບ (ອີຢູ) ຍາມໃດກໍ່ແມ່ນເປົ້າໝາຍຍຸດທະສາດຂອງ Ankara. ນີ້ແມ່ນຄຳຖະແຫຼງຂອງທ່ານປະທານາທິບໍດີ ຕວກກີ Tayyip Erdogan ໃນວັນທີ 09/05. ການນຳ ຕວກກີ ສະແດງຄວາມຫວັງວ່າ: ຂໍ້ຕົກລົງ ອີຢູ ທີ່ຍົກເວັ້ນວີຊາໃຫ້ປະຊາຊົນປະເທດນີ້ ຈະຊ່ວຍຍູ້ໄວວິວັດທະນາການ Ankara ເຂົ້າເປັນສະມາຊິກ ເອີລົບ. ຄຳຖະແຫຼງນີ້ ໄດ້ຮັບຖືວ່າ ເພື່ອແນໃສ່ເຮັດແຈ້ງທີ່ຕັ້ງຂອງ ຕວກກີ ພາຍຫລັງ ປະທານາທິບໍດີ Erdogan ຖະແຫຼງ Ankara ຈະບໍ່ປ່ຽນແປງກົດໝາຍວ່າດ້ວຍກໍ່ການຮ້າຍຂອງປະເທດນີ້ ຄືຄວາມຮຽກຮ້ອງຂອງຂໍ້ຕົກລົງທີ່ບັນລຸໄດ້ກັບ ອີຢູ ແນໃສ່ຈຳກັດກະແສຊາວອົບພະຍົບ.
ກ່ອນໜ້ານັ້ນ, ເມື່ອເດືອນ 3/2016, ອີຢູ ໄດ້ຮຽກຮ້ອງບັນດາປະເທດສະມາຊິກ ຍົກເວັ້ນວິຊາໃຫ້ນັກທ່ອງທ່ຽວເປັນພົນລະເມືອງ ຕວກກີ ສ່ວນ Ankara ຕ້ອງສະກັດກັ້ນກະແສຊາວອົບພະຍົບເຖິງ ເອີລົບ, ພ້ອມທັງ ສະເໜີປະເທດນີ ຕ້ອງປ່ຽນແປງບາງຂໍ້ກຳນົດ, ໃນນັ້ນມີເລື່ອງ ປັບປຸງກົດໝາຍວ່າດ້ວຍກໍ່ການຮ້າຍໃຫ້ເໝາະສົມກັບບັນດາມາດຕະຖານຂອງ ເອີລົບ.