ພາບປະກອບ:internet
|
(vovworld)- ຕວກກີຫາກໍສະເຫນີແຜນການຕາມ 2 ທິດ ເພື່ອແກ້ໄຂວິກິດການຊາວອົບພະຍົບສາກົນ ພວມມີທ່າອ່ຽງຊົ່ວຮ້າຍລົງ. ທ່ານຮອງນາຍົກລັດຖະມົນຕີ ຕວກກີ Nurman kurtulmus ໃຫ້ຮູ້ວ່າ: ບັນດານະໂຍບາຍຊາວອົບພະຍົບຂອງປະຊາຄົມສາກົນຖືກປະລາໄຊ ຍ້ອນ Ankara ຍົກອອກຂໍ້ສະເຫນີຕາມ 2 ທິດ ເພື່ອແກ້ໄຂວິກິດການຊາວອົບພະຍົບ ລວມມີ: ການສ້າງຕັ້ງອົງການໃຫມ່ມີ ຂອບຂະຫນາດເຄື່ອນໄຫວກວ້າງຂວາງກວ່າເມື່ອທຽບໃສ່ຂ້າຫລວງໃຫຍ່ ສປຊ ກ່ຽວກັບຊາວອົບພະຍົບ, ມີຄວາມສາມາດປະຕິບັດບັນດາໂຄງການໃນທົ່ວໂລກ ແລະ ສ້າງຕັ້ງເຂດຕັ້ງຖິ່ນຖານຄົງທີ່ແຫ່ງໃຫມ່ໃຫ້ຊາວອົບພະຍົບ. ທ່ານ Nurman kurtulmus ຖະແຫລງວ່າ: ຕວກກີ ບໍ່ຍອມຮັບກາຍເປັນ “ຄ້າຍເຕົ້າໂຮມຂອງໂລກ” ພ້ອມທັງ ຢືນຢັນ: Ankara ພ້ອມແລ້ວ ກໍ່ສ້າງບັນດານະຄອນໃຫມ່ຄືດັ່ງຂໍ້ສະເຫນີປຸກສ້າງໃນດິນແດນຂອງຕົນຫລືຢູ່ບັນດາເຂດປອດໄພໃນຊີຣີ. ໃນວັນດຽວກັນ, EC ປະກາດຈະຫນູນຊ່ວຍເພີ່ມເຕີມ 5,9 ລ້ານ ເອີໂຣໃຫ້ແກ່ ເກຼັກ ເພື່ອໃຫ້ປະເທດນີ້ແກ້ໄຂວິກິດການຊາວອົບພະຍົບ.