ຖັນແຖວປັນຍາຊົນໜຸ່ມເອົາໃຈໃສ່ເຖິງບັນຫາພັດທະນາການສຶກສາແລະບຳລຸງສ້າງຮອບດ້ານ
ເລຂາສູນກາງຄະນະຊາວໜຸ່ມ ເລກວກຟອງກ່າວຄຳເຫັນທີ່ກອງປະຊຸມ
(ພາບ: AnHieu/TTXVN)
(vovworld) – ວັນທີ 24/9, ຢູ່ນະຄອນ ໂຮ່ຈີມິນ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ຈັດຕັ້ງກອງປະຊຸມພະນັກງານ, ຄູສອນໜຸ່ມ ແລະ ນັກສຶກສາເຂດພາກໃຕ້ ປະດອບຄຳເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປະກອບຫຼາຍຄຳເຫັນເຂົ້າເນື້ອໃນປ່ຽນໃໝ່ ການສຶກສາ ແລະ ບຳລຸງສ້າງໂດຍພື້ນຖານ ແລະ ຮອບດ້ານ, ພັດທະນາແຫຼ່ງຊັບພະຍາກອນມະນຸດ; ພັດທະນາ ແລະ ນຳໃຊ້ວິທະຍາສາດເຕັກໂນໂລຢີ; ພັດທະນາວັດທະນະທຳ, ກໍ່ສ້າງມະນຸດ. ບັນດາຜູ້ແທນກໍເນັ້ນໜັກວ່າ: ການເພີ່ມທະວີບັນດານະໂຍບາຍສົ່ງເສີມນັກຮຽນ, ນັກສຶກສາທີ່ປະສົມກັບຄວາມຫຍຸ້ງຍາກໄປຮຽນ; ມີລາຍການສົ່ງເສີມ, ຊຸກຍູ້ແນວຄວາມຄິດສ້າງຄວາມຮັ່ງມີຢ່າງຊອບທຳໃນໝູ່ຊາວໜຸ່ມ; ມີນະໂຍບາຍເຜີຍແຜ່ຄວາມຮູ້ວິທະຍາສາດເຖິງປະຊາຊົນ, ໜູນຊ່ວຍບັນດານັກວິທະຍາສາດໜຸ່ມໃນການຄົ້ນຄວ້າ, ມີຫົວຄິດປະດິດສ້າງ.