ທັດສະນະຂອງຈີນ ກ່ຽວກັບບັນຫານິວເຄຼຍຂອງ ອີຣານ
ໂຄສົກກະຊວງການຕ່າງປະເທດຈີນ ທ່ານ ຫຼຽວອວຍໝິນ
(ພາບ: ອີນເຕີເນັດ)
(vovworld) – ກ່າວຄຳເຫັນທີ່ການປະຊຸມຂ່າວສາມັນເມື່ອວັນທີ 3/5, ໂຄສົກກະຊວງການຕ່າງປະເທດຈີນ ທ່ານ ຫຼຽວອວຍໝິນ ໃຫ້ຮູ້ວ່າ: ຈີນຫວັງວ່າບັນດາຝ່າຍທີ່ກ່ຽວຂ້ອງຈະມີຄວາມມານະພະຍາຍາມກ່ວາອີກໃນການແກ້ໄຂບັນຫານິວເຄຼຍຂອງ ອີຣານ ດ້ວຍການເຈລະຈາໂດຍສັນຕິ. ທ່ານ ຫຼຽວອວຍໝິນ ໄດ້ຍົກອອກຖະແຫຼງການນີ້ ເມື່ອແນະນຳກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການຢ້ຽມຢາມຈີນ ຂອງທ່ານ Bagheri, ຮອງເລຂາສະພາຄວາມໝັ້ນຄົງສູງສຸດ ອີຣານ. ໃນການຢ້ຽມຢາມຄັ້ງນີ້, ທ່ານ Bagheri ດຳເນີນການເຈລະຈາ ກັບຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຈີນ ທ່ານ ໝາຈາວຊູ, 2 ຝ່າຍໄດ້ແລກປ່ຽນຄຳເຫັນກ່ຽວກັບບັນຫານິວເຄຼຍຂອງ ອີຣານ ກໍຄືສະພາບການສາກົນ, ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ຝ່າຍຈີນຖືວ່າ: ການສົນທະນາເຈລະຈາ ແມ່ນມາດຕະການຖືກຕ້ອງ ເພື່ອແກ້ໄຂບັນຫານິວເຄຼຍຂອງ ອີຣານ. ຈີນຫວັງວ່າ: ບັນດາຝ່າຍທີ່ກ່ຽວຂ້ອງຈະຕັ້ງໜ້າຮ່ວມມືບົນພື້ນຖານຄວາມຮັບຮູ້ລວມທີ່ບັນລຸໄດ້ ເພື່ອແນໃສ່ແກ້ໄຂບັນຫານິວເຄຼຍຂອງ ອີຣານ ໂດຍສັນຕິວິທີ. ຝ່າຍຈີນ ຈະສືບຕໍ່ເສີມຂະຫຍາຍບົດບາດສ້າງສັນຂອງຕົນໃນບັນຫານີ້.